ປະກາດປິດນ້ຳປະປາເມືອງໄຊທານີມື້ອື່ນນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດປິດນ້ຳປະປາເມືອງໄຊທານີມື້ອື່ນນີ້



ຜູ້ໃດທີ່ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກຽມໂຕ່ງນ້ຳໄວ້ແຕ່ມື້ນີ້ເພາະມື້ອື່ນໝົດມື້ຈະມີການປິດບໍລິການນ້ຳປະປາ ຕາມແຈ້ງການຂອງລັດວະສາຫະກິດນ້ຳປະປານະຄອນຫຼວງໃຫ້ຮູ້ວ່າ:  ໃນວັນອັງຄານທີ 07/11/17 09:00-16:00
ໃນຂອບເຂດເມືອງໄຊທານີ ບ້ານ ໂນນສະອາດ, ບ້ານນາ, ບ້ານທ່າງອນ, ບ້ານພູຄຳ, ບ້ານສະຫວ່າງ, ຄ້າຍທະຫານຊ່າງແສງ, ຮ້ານອາຫານໜອງເຊື່ອມ, ຕະຫຼາດທ່າງອນ ແລະສະຖາບັນການເມືອງການປົກຄອງແຫ່ງຊາດ ໃຫ້ບັນດາທ່ານທີ່ຢູ່ໃນຂອບເຂດດັ່ງກ່າວ ຈົ່ງຫ້າງຫາກະກຽມພາຊະນະໂຕ່ງນໍ້າໄວ້ໃນຊ່ວງໄລຍະເວລາດັ່ງກ່າວ.




ທັງນີ້ກໍ່ຍ້ອນເຈົ້າໜ້າທີ່ຈະປິດນ້ຳບໍລິເວນນັ້ນ ເພື່ອສ້ອມແປງ ເອົາທໍ່ໃໝ່ມາປ່ຽນແທນທໍ່ເກົ່າທີ່ໃຊ້ງານມາຫຼາຍປີແລ້ວ.




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad