ໂອກາດແລ້ວ! ນະຄອນຫຼວງ ປະກາດຮັບສະໝັກ ອາສາກູ້ຊີບ-ກູ້ໄພ ລຸ້ນສຸດທ້າຍຂອງປີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂອກາດແລ້ວ! ນະຄອນຫຼວງ ປະກາດຮັບສະໝັກ ອາສາກູ້ຊີບ-ກູ້ໄພ ລຸ້ນສຸດທ້າຍຂອງປີ


   ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຍັງຕ້ອງການຜູ້ທີ່ໃຈບຸນປະກອບສ່ວນເຂົ້າໃນວຽກງານ ຈິດອາສາດ້ານການຊ່ວຍເຫຼືອ ຜູ້ປະສົບໄພຕ່າງໆ ໃນລຸ້ນທີ 6 ຂອງປີ 2017 ເຊິ່ງຈະເປັນລຸ້ນສຸດທ້າຍຂອງປີນີ້ ເພື່ອກະກຽມຮັບມືກັບງານສໍາຄັນຕ່າງໆໃນປີ 2018.

   ເປີດຮັບ 6 ພະຈິກ 2017 ຮອດ ປິດຮັບ1 ທັນວາ 2017.
( ທີ 1 ມັງກອນ 2018 ຈຶ່ງຈະເປີດຮັບໃໝ່ລຸ້ນ 1 ປີ2018)
   ສະມາຄົມອາສາກູໄພນະຄອນຫຼວງວຽງຈັນ ຍັງຕ້ອງການໄວໜຸ່ມຍິງ-ຊາຍຜູ້ມີໃຈຮັກມັກວຽກງານຈິດອາສາ ດ້ານການຊ່ວຍເຫຼືອ ຜູ້ປະສົບໄພຕ່າງໆ.

#ເງື່ອນໄຂຜູ້ສະໝັກ.
1. ຍິງ-ຊາຍ ອາຍຸ 18-45ປີ.
2. ສຸຂະພາບແຂງແຮງ ມີມະນຸດສຳພັນດີ.
3. ມີຈິດໃຈຮັກມັກໃນການເປັນອາສາຢ່າງແທ້ຈິງ.

# ໝາຍເຫດ: ທ່ານໃດສົນໃຈມາເອົາໃບສະໝັກໄປປະກອບເອກະສານຕາມລະບຽບການໄດ້ທີ່ ສູນກູ້ຊີບ-ກູ້ໄພນະຄອນຫຼວງ1624. ຮ່ອມ16 ບ້ານໂພນພະເນົາ ມ ໄຊເຊດຖາ ນວ.
ຕິດຕໍ່ພົວພັນ. 020 2344 9090 ຫຼື 0202829 1624
ສອບຖາມຂໍ້ມູນເພີ່ມເຕີມໂທ 1624.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad