ປີຕົກຕໍ່າຂອງ ທີມຊາດລາວ! ຢູ 19 ບໍ່ຊະນະທີມໃດເລີຍໃນປີນີ້ ຫຼັງຕົກຮອບ ຄັດບານເຕະອາຊີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີຕົກຕໍ່າຂອງ ທີມຊາດລາວ! ຢູ 19 ບໍ່ຊະນະທີມໃດເລີຍໃນປີນີ້ ຫຼັງຕົກຮອບ ຄັດບານເຕະອາຊີ

   ທີມຊາດລາວ ລຸ້ນອາຍຸບໍ່ເກີນ 19 ປີ ລົງສະໜາມນັດທີ 2 ເສຍໃຫ້ກັບ ມາເກົາ 0-1 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍໍ່ເກີນ 19 ຮອບຄັດເລຶອກ ໃນວັນທີ 6 ພະຈິກ 2017 ພ້ອມທັງສ້າງສະຖິຕິບໍ່ຊະນະທີມໃດເລີຍນັບຕັ້ງແຕ່ ທ້າຍປີ 2016.

   ໃນໄລຍະທໍາອິດ ທີມຊາດລາວ ສູ້ໄດ້ຈົບເຄິ່ງເວລາທໍາອິດສະເໝີກັບ 0-0 ແຕ່ເລີ່ມເກມເຄິ່ງເວລາທີ 2 ພຽງ 9 ນາທີ ມາເກົາ ມາໄດ້ປະຕູໄຊ ຈາກການຍິງຂອງ SOU SA IURY RoGERIO ນາທີໆ 54 ກ່ອນຈົບການແຂ່ງຂັນ ມາເກົາ ເອົາຊະນະໄປ 1-0 ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ຕົກຮອບເປັນທີ່ແນ່ນອນແລ້ວ.

   ເນື່ອງຈາກລາຍການນີ້ຈະຄັດເອົາອັນດັບ 1 ຂອງແຕ່ລະກຸ່ມໃນຈຳນວນ 10 ທີມ ແລະ ທີມອັນດັບ 2 ທີ່ດີທີ່ສຸດອີກ 5 ທີມ ລວມທັງເຈົ້າພາບ ອິນໂດເນເຊຍ ໄປຫຼິ້ນຮອບສຸດທ້າຍໃນປີໜ້າ.

   ນອກຈາກນັ້ນ, ການເສຍນັດນີ້ເຮັດໃຫ້ ທີມຊາດລາວ ຢູ 19 ສ້າງສະຖິຕິບໍ່ຊະນະທີມໃດເລີຍ ນັບຕັ້ງແຕ່ທ້າຍປີ 2016 ຈົນເຖິງປັດຈຸບັນ.

   ໂດຍທີມຊາດລາວ ຢູ ກຸ່ມ H ໄດ້ຈັດຂຶ້ນຢູ່ທີ່ ໄຕ້ຫວັນ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 04-08/11/2017 ໂດຍມີ 4 ທີມ ປະກອບມີ : ໄຕ້ຫວັນ ( ເຈົ້າພາບ ), ຫວຽດນາມ, ລາວ ແລະ ມາເກົາ.

    ສໍາລັບ ນັດສຸດທ້າຍ ທີມຊາດລາວ ຈະລົງສະໜາມພົບກັບ ຫວຽດນາມ ໃນວັນທີ 08/11/2017 ເວລາ 13:00 ໂມງ ແຂ່ງຂັນຢູ່ທີ່ສະຫນາມ HSINCHU COUNTRY SECOND STADIUM , HSINCHU.

ສ່ວນ 11 ຜູ້ຫຼິ້ນທີມຊາດລາວ ທີ່ໄດ້ລົງແຂ່ງຂັນໃນນັດນີ້ປະກອບມີ:
ຜູ້ຮັກສາປະຕູ
ເບີ 20 ກິຕ້ອມ ແຫວນວົງສົດ
ກອງຫລັງ
ເບີ 2 ແອນລີ້ ສາຍສຳພັນໄຊ
ເບີ 3 ສົມພາວັນ ອິນທະວົງສາ
ເບີ 4 ພຸດທະສິດ ພົມມະໃຈ
ເບີ 13 ກິດຕິສັກ ພົມວົງສາ
ກອງກາງ
ເບີ 6 ອ່ອນແກ້ວ ຄຳສຸລິຍາ
ເບີ 7 ພອນປະເສີດ ລາດຊະວົງ
ເບີ 8 ອານັນ ອິນທະປັນຍາ
ເບີ 19 ກີ້ດາວອນ ສຸວັນນີ
ກອງຫນ້າ
ເບີ 10 ນາລິນ ຫລວງສີສົມບັດ
ເບີ 22 ນິລັນ ຫລວງສີສົມບັດ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad