ນັກປັ່ນຈາກ ລາວ ສ້າງຜົນງານດີໃນລາຍການທີ່ໄທ! ຖາວອນ ຄວ້າເສືອໝອບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນັກປັ່ນຈາກ ລາວ ສ້າງຜົນງານດີໃນລາຍການທີ່ໄທ! ຖາວອນ ຄວ້າເສືອໝອບ


   ທີມປັ່ນຈາກ ສປປ ລາວ ສ້າງຜົນງານດີຢ່າງໂດດເດັ່ນ ໂດຍສະເພາະ ທ້າວ ຖາວອນ ພົນອາສາ ດີກຣີທີມຊາດລາວ ຄວ້າແຊັມປະເພດເສືອໝອບ ໃນງານແຂ່ງຂັນລົດຖີບ " ປັ່ນວັດໃຈ ໄກເກີນຮ້ອຍ " ຈັດຂຶ້ນທີ່ອຳເພີ ພັງໂຄນ ຈັງຫວັດສະກົນນະຄອນ ປະເທດໄທ ເມື່ອວັນທີ 5 ພະຈິກ 2017. ຂະນະທີ່ ອີກ 8 ນັກປັ່ນລາວ ຍາດໄດ້ອັນດັບຕົ້ນໃນລາຍການນີ້.

   ການແຂ່ງຂັນລົດຖີບ ລາຍການ ປັ່ນວັດໃຈ ໄກເກັນຮ້ອນ ຈັດຂຶ້ນທີ່ອຳເພີ ພັງໂຄນ ຈັງຫວັດສະກົນນະຄອນ ປະເທດໄທ ເມື່ອວັນທີ 5 ພະຈິກ 2017 ໂດຍນັກກີລາສົ່ງເຂົ້າຮ່ວມເກືອບ 10 ຄົນ ປະກົດວ່າ:
   ທ້າວ ຖາວອນ ທີ່ລົງແຂ່ງຂັນປະເພດ Open ເສືອໝອບ ຄວ້າແຊັມປະຈໍາລາຍການດັ່ງກ່າວໄປຄອງ.
   ຂະນະທີ່ ອີກ 8 ນັກກີລາລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນດັ່ງນີ້:

-ປະເພດ Open ເສືອໝອບ ອັນດັບ 3 ໂດໂດ້
-ປະເພດ Open ເສືອໝອບ ອັນດັບ 6 ສຸບິນ
-ປະເພດ Open ເສືອໝອບ ອັນດັບ 9 ແມັກກີ້
-ປະເພດ Open ເສືອໝອບ ອັນດັບ 10 ບັອບບີ້
-ປະເພດ ເສືອໝອບ ລຸ້ນອາຍຸ 30 ປີ ອັນດັບ 2 Lamnguen Vannasouk
-ປະເພດ ເສືອໝອບ ລຸ້ນອາຍຸ 18 ປີ ອັນດັບ 2 ບິນລີ່
-ປະເພດ Open ເສືອພູເຂົາ ອັນດັບ 2 Visouphanh Phoutthachak
-ປະເພດ Open ເສືອພູເຂົາ ອັນດັບ 5 Bee Phouthavongsay

   ສໍາລັບ ຖາວອນ ເປັນເຖິງນັກກີລາທີມຊາດລາວ ກ່ອນໜ້ານີ້ ກາກໍ່ຄວ້າແຊັມລົດຖີບ ຊີງຂັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ຄັ້ງທີ 1 ທີ່ຈັດຂຶ້ນລະຫວ່າງວັນທີ 28-29 ຕຸລາ ທີ່ຜ່ານມາ ໃນປະເພດລົດກວັກໄລຍະທາງ 80,6 ກິໂລແມັດ ມາໝາດໆ ກ່ອນຫຼ້າສຸດຈະຄວ້າແຊັມທີ່ປະເທດໄທ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad