ປະກາດ! ຊອນ ເຮືຶອງ ມິນ ນັກເຕະຊາວອາຊີຄົນໃໝ່ ຍິງໄດ້ຫຼາຍທີ່ສຸດ ໃນພຣີເມຍລີກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດ! ຊອນ ເຮືຶອງ ມິນ ນັກເຕະຊາວອາຊີຄົນໃໝ່ ຍິງໄດ້ຫຼາຍທີ່ສຸດ ໃນພຣີເມຍລີກ


   ຊອນ ເຮືອງ ມິນ ທີ່ຍິງປະຕູໄຊໃຫ້ກັບ ສະເປີ ບຽດເອົາຊະນະ ຄຣິສຕັນ ພາເລຊ 1-0 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 5 ພະຈິກ ທີ່ຜ່ານມາ ພ້ອມືງທໍາລາຍສະຖິຕິ ພາກ ຈີ-ຊອງ ອະດີດກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ໃນການເປັນນັກເຕະຈາກອາຊີ ທີ່ຍິງປະຕູໄດ້ຫຼາຍທີ່ສຸດ ໃນພຣີເມຍລີກ ອັງກິດ.

   ຈາກຜົນດັ່ງກ່າວ ເຮັດໃຫ້ ຊອນ ເຮືອງ ມິນ ຍິງໄປແລ້ວ 20 ປະຕູ ໃນພຣີເມຍລີກ ອັງກິດ ຈາກການລົງສະໜາມ 72 ນັດ ທໍາລາຍສະຖິຕິຂອງ ພາກ ຈີ ຊອນ ອະດີດກອງກາງທີມຊາດ ສ ເກົາຫຼີ ທີ່ເຄີຍເຮັດໄວ້ທີ 19 ນັດ ຈາກການລົງສະໜາມ 154 ນັດ ໃຫ້ກັບ ແມນເຊັສເຕີ ຢູໄນເຕັດ.

   ມາເບິ່ງ 5 ອັນດັບນັກເຕະຊາວອາຊີ ທີ່ຍິງປະຕູໄດ້ຫຼາຍທີ່ສຸດ ໃນພຣີເມຍລີກ ອັງກິດ ມີດັ່ງນີ້:
1.ຊອນ ເຮືອງ ມິນ ຊາວ ສ ເກົາຫຼີ ຈາກສະເປີ ຍິງໄປແລ້ວ 20 ປະຕູ ຈາກ 72 ນັດ.
2.ພາກ ຈີ ຊອງ ຊາວ ສ ເກົາຫຼີ ຈາກແມນເຊັສເຕີ ຢູໄນເຕັດ 19 ປະຕູຈາກ 154 ນັດ.
3.ຄີ ຊຸງ ຢອງ ຊາວ ສ ເກົາຫຼີ ຈາກ ສະວອນຊີ ແລະ ຊັນເດີແລນ 13 ປະຕູຈາກ 145 ນັດ.
4.ຊິນຈິ ໂອກາຊາກິ ຊາວຍີ່ປຸ່ນ ຈາກເລັສເຕີ ຊິຕີ້ 12 ປະຕູຈາກ 75 ນັດ.
5.ອີ ຊຸງ ຢອງ ຈາກ ສ ເກົາຫຼີ ຈາກໂບລຕັນ, ຄຣິສຕັນ ພາເລຊ 8 ປະຕູຈາກ 100 ນັດ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad