ເບິ່ງໂສມໜ້າແຊັມ 5 ລຸ້ນ ໃນການແຂ່ງຂັນດອກປີກໄກ່ລະດັບພາກພື້ນທີ່ ລາວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເບິ່ງໂສມໜ້າແຊັມ 5 ລຸ້ນ ໃນການແຂ່ງຂັນດອກປີກໄກ່ລະດັບພາກພື້ນທີ່ ລາວ


   ສປປ ລາວ ເຈົ້າພາບຈັດການແຂ່ງຂັນດອກປີກໄກ່ລະພາກພື້ນອາຊີ ລາຍການ BEERLAO INTERNATIONAL SERIES 2017 ລະຫວ່າງວັນທີ 31 ຕຸລາ - 5 ພະຈິກ 2017 ທີ່ເດີ່ນດອກປີກໄກ່ສະໂມສອນເສດຖາ (ບຶງຂະຫຍອງຫຼັງໃໝ່).

   ການແຂ່ງຂັນດັ່ງກ່າວມີ 206 ຄົນ ຈາກ 9 ປະເທດເຂົ້າຮ່ວມ ເພື່ອເກັບຄະນະສະສົມອັນດັບໂລກເຊັ່ນ: ໄທ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ຫວຽດນາມ, ມຽນມາ, ກໍາປູເຈຍ ບາເຣນ ແລະ ສປປ ລາວ.
   ເຊິ່ງໃນວັນທີ 5 ພະຈິກ 2017 ເປັນການແຂ່ງຂັນຮອບຊີງຊະນະເລີດປະກົດວ່າ:
-ຄູ່ປະສົມທົ່ວໄປແຊັມຕົກເປັນຂອງ Lukhi Apri NUGROHO ກັບ Ririn AMELIA) ຈາກອິນໂດເນເຊຍ ເອົາຊະນະ Parinyawat THONGNUAM ກັບ Kittipak DUBTHUK ຈາກໄທ 2-1 ເຊັດ 21-17, 13-21 ແລະ 21-13.

-ຍິງດ່ຽວທົ່ວໄປແຊັມຕົກເປັນຂອງ Thuy Linh NGUYEN ຈາກ ສສ ຫວຽດນາມ ທີ່ເອົາຊະນະ Benyapa AIMSAARD ຈາກໄທ 2-1 ເຊັດ 21-12, 16-21 ແລະ 21-11.

-ຊາຍດ່ຽວທົ່ວໄປແຊັມຕົກເປັນຂອງ Kantawat LEELAVECHABUTR ຈາກໄທ ເອົາຊະນະ Mek NARONGRIT ຈາກໄທ 2-1 ເຊັດ 16-21, 21-12 ແລະ 21-12.

-ຄູ່ຍິງທົ່ວໄປ ແຊັມຕົກເປັນຂອງ Kittipak DUBTHUK ກັບ Natcha SAENGCHOTE ຈາກໄທ ເອົາຊະນະ Ririn AMELIA ກັບ Anna Ching Yik CHEONG ຈາກອິນໂດເນເຊຍ ທີ່ຈັບຄູ່ກັບ ຈາກມາເລເຊຍ 2 ເຊັດລວດ 21-11 ແລະ 21-17.

-ຄູ່ຊາຍທົ່ວໄປ ແຊັມຕົກເປັນຂອງ Muhammad Syawal MOHD ISMAIL ຈາກມາເລເຊຍ ກັບ Lukhi Apri NUGROHO ຈາກອິນໂດເນເຊຍ ເອົາຊະນະ Jian Yi LEE ກັບ Zhen Ting LIM ຈາກມາເລເຊຍ 2-1 ເຊັດ 17-21, 21-10 ແລະ 21-14.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad