ບຸນທາດຫຼວງປີນີ້ ຄຳເສັງ ມອບເງິນ 60 ລ້ານ ປັບປຸງ ສວນດາວແດງ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບຸນທາດຫຼວງປີນີ້ ຄຳເສັງ ມອບເງິນ 60 ລ້ານ ປັບປຸງ ສວນດາວແດງ!


   ບໍລິສັດ ຄໍາເສັງ ຈໍາກັດ ສົມທົບທຶນ ໃນການສ້ອມແປງ ແລະ ປ່ຽນຖ່າຍໄຟຟ້າປະດັບ ຢູ່ສວນອານຸສາວະລີນັກຮົບນິລະນາມ-ວິລະຊົນແຫ່ງຊາດ ( ສວນດາວແດງ ) ລວມມີ ຕູ້ໄຟ, ເສົາໄຟ, ສາຍໄຟ ແລະ ອື່ນໆ ຕົກມູນຄ່າທັງໝົດ 60,852,000 ກີບ ໃຫ້ກັບ ນະຄອນຫຼວງວຽງຈັນ.

   ພິທີມອບ-ຮັບຈັດຂຶ້ນເມື່ອວັນທີ 1 ພະຈິກທີ່ຜ່ານມາ ໂດຍຕ່າງໜ້າຝ່າຍມອບແມ່ນ ທ່ານ ຄໍາເສັງ ສູນດາລາ ຜູ້ອໍານວຍການ ບໍລິສັດ ຄໍາເສັງ ຈໍາກັດ, ສ່ວນຕ່າງໜ່າຝ່າຍຮັບແມ່ນ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ພ້ອມທັງມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

   ສໍາລັບ ສວນອານຸສາວະລີນັກຮົບນິລະນາມ-ວິລະຊົນແຫ່ງຊາດ ( ສວນດາວແດງ ) ຕັ້ງຢູ່ລະຫວ່າງກາງຂອງສອງສວນຄື ສວນໄຊເສດຖາ ແລະ ສວນສະພັງເລັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ມີເນື້ອທີ່ 17,995 ຕາແມັດ.

  ທາງນະຄອນຫຼວງວຽງຈັນ ໄດ້ປຸກລະດົບໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມ ເປັນຜູ້ຮັບຜິດຊອບໃນການຄຸ້ມຄອງ ແລະ ບົວລະບັດຮັກສາສ່ວນດັ່ງກ່າວ ຈິ່ງໄດ້ມອບໃຫ້ ບໍລິສັດ ເພັດບັນດິດ ກໍ່ສ້າງ ຈໍາກັດ ຮັບໜ້າທີ່ດັ່ງກ່າວ ລະຫວ່າງປີ 2012-2014 ໃນໄລຍະທີ 1 ກ່ອນທີ່ຈະມອບໃຫ້ ບໍລິສັດ ຄໍາເສັງ ເຮັດໜ້າທີ່ຕໍ່ລະຫວ່າງເດືອນສິງກາ 2015-ເດືອນສິງຫາ 2018 ລວມມູນຄ່າທັງໝົດ 1,179,900,000 ກີບ ໃນໄລຍະທີ 2.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad