ຍາແມ່ແບຣນເນມ... ຂາຊອບຄົນລາວທີ່ໄປທົ່ວໂລກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຍາແມ່ແບຣນເນມ... ຂາຊອບຄົນລາວທີ່ໄປທົ່ວໂລກ


ຫາກທ່ານເປັນຄົນທີ່ຫຼົງໄຫຼ ໃນເລື່ອງສິນຄ້າ ແບຣເນມ. ໂດຍສະເພາະ ບັນດາສາວໆ ທີ່ມັກ ກະເປົາຍີ່ຫໍ້ຊັ້ນນຳ. ພວກເຮົາສ່ວນໃຫຍ່ກໍ່ຈະເຫັນຕາມຂ່າວ ຂອງຕ່າງປະເທດ. ບອກໄດ້ວ່າສິນຄ້າແຕ່ລະຢ່າງ ທີ່ເປັນແບຣນເນມ ນີ້ແພງຫຼາຍ. ແພງກວ່າເງິນເດືອນຂອງແອັດມິນອີກ. ເວົ້າງ່າຍໆ ແມ່ນຊື້ກະເປົາໜ່ວຍໜື່ງ ຕ້ອງອົດກິນ ປະມານ 3 ເດືອນກະວ່າໄດ້.

ເອົາລະ, ມື້ນີ້ຈະມາໃຫ້ຮູ້ຈັກ ຍາແມ່ແບຣນເນມ ທີ່ເປັນຄົນນລາວ. ເວົ້າມາຮອດນີ້ຄົງສົງໄສເນາະ ເຈົ້າແມ່ຄືວ່າແມ່ນຜູ່ຊາຍ. ແມ່ນບໍ່? ຫຼາຍຄົນຄົງຈະຮູ້ຈັກ ກ່ອນໜ້າທີ່ທີ່ອອກຂ່າວກັນດັງໄປໄລຍະຫຼັງໆ ກໍ່ຈະມີ ສາຍາ ເມເມ ຈາກສະຫວັນນະເຂດ. ທີ່ບອກໄດ້ວ່າໄປຊື້ເຄື່ອງລາຄາແພງໆ ຢູ່ຕ່າງປະເທດ ແບບຊອບບໍ່ອັ້ນ. ແຕ່ທ່ານຮູ້ບໍ່ ນອກຈາກເມເມແລ້ວ ເຈົ້າແມ່ແບຣນເນີ ຫຼື ທີ່ຮຽກກັນ ວ່າ ສັນຕິ ຍາແມ່ແບຣນ ເນມ. ກໍ່ເປັນອີກຄົນທີ່ ອອກທ່ອງໂລກກວ້າງ ໄປຊ໋ອບຊື້ສິນຄ້າ ແບຣນເນມ.


ສັນຕິ ຍາແມ່ແບຣນເນມ ເປັນຄົນທີ່ຫຼົງໄຫຼ ໃນການຊື້ເຄື່ອງເປັນຊີວິດຈິດໃຈ. ຖ້າໄດ້ໄປເລາະຊື້ເຄື່ອງ ບໍ່ກິນເຂົ້າ 3 ວັນກໍ່ໄດ້. ການປະຈົນໄພໃນຕ່າງເເດນ ເເລະ ປະກົດໂຕຕາມຫ້າງຊັບພະສິນຄ້າຂອງປະເທດທີ່ມີຊື່ສຽງດ້ານເເຟຊັ້ນເຊັ່ນ: ຝຣັ່ງ, ອັງກິດ, ອີຕາລີ້, ສະເປນ ເເລະ ອາເມລິກາ. ການເດີນທາງເເຕ່ລະຄັ້ງກໍ່ຈະຫິ້ວກະເປົາເເບນເນມຍີ່ຫໍ້ຕ່າງໆກັບມາພ້ອມເພື່ອສົ່ງຕໍ່ໃຫ້ເເກ່ບຸກຄົນທີ່ຕ້ອງການຊົມໃຊ້ ຈົນເປັນທີ່ມາຂອງຄຳເວົ້າໃນບັນດາກຸ່ມຄົນທີ່ນິຍົມກະເປົາວ່າ ໃຜບໍ່ຮູ້ຈັກ ຍາເເມ່ ເເບນເນມ ບໍ່ຮູ້ທາດຫລວງວຽງຈັນ



ເບິ່ງຈາກການເເຕ່ງກາຍເເລ້ວຄືກັບຄົນທຳມະດາສາມັນທົ່ວໄປ ແຕ່ທີ່ບໍ່ທຳມະດາຄື ຈະເຫັນສັນຕິປະກົດໂຕຕາມຫ້າງຊັບພະສິນຄ້າ. ເສຍດາຍທີ່ ຍາແມ່ແບຣນເນມບໍ່ໄດ້ເປີດເຜີຍຕົວເລກ ວ່າຕັ້ງແຕ່ເພິ່ນໄປຊ່ອບທົວໂລກມານີ້ ຄ່າໃຊ້ຈ່າຍໝົດໄປເທົ່າໃດແລ້ວ.

ໂອ໋! ຍັງບໍ່ໝົດ, ຫາກທ່ານຕ້ອງການສິນຄ້າເຫຼົ່ານີ້ ຍາແມ່ແບຣນເນມ ຍັງສາມາດຊື້ມາໃຫ້ທ່ານໄດ້. ສົນໃຈກໍ່ຕິດຕໍ່ຫາເພິ່ນໄດ້. ກົດນີ້ເລີຍ




Post Bottom Ad