ຫົວເຫວີຍ ຄວ້າລາງວັນແບຣນເອເລັກໂຕຣນິກາສຳລັບຜູ້ຊົມໃຊ້ທີ່ດີທີ່ສຸດ ປະຈຳປີ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫົວເຫວີຍ ຄວ້າລາງວັນແບຣນເອເລັກໂຕຣນິກາສຳລັບຜູ້ຊົມໃຊ້ທີ່ດີທີ່ສຸດ ປະຈຳປີ 2016



ວັນທີ 1 ທັນວາ ທີ່ຜ່ານມາ ຢູ່ເມືອງ ຊຽງໄຮ້ ປະເທດຈີນ, ໄດ້ມີການຈັດພິທີ ຮັບລາງວັນ “ແບຣນທີ່ດີທີ່ສຸດ 2016”, ການຈັດອັນດັບແບຣນຈີນ ໄດ້ຖືກ ປະກາດໂດຍ The Serviceplan Group (ໜ່ວຍງານການສື່ສານອິດສະຫຼະ ທີ່ໃຫຍ່ທີ່ສຸດແຫ່ງເອີລົບ) ແລະຮ່ວມໂດຍ GfK (ອົງກອນການວິໄຈຕະຫຼາດ ທີ່ມີຊື່ສຽງຂອງໂລກ). ໃນງານນີ້ Huawei ໄດ້ຖືກປະກາດຊື່ໃຫ້ເປັນ “Best Consumer Electronics Brand” ເອົາຊະນະແບຣນຄູ່ແຂ່ງ ເຊັ່ນ Apple ແລະ Canon ໄປໄດ້. ນອກນີ້ຍັງມີແບຣນອື່ນໆທີ່ໄດ້ຮັບລາງວັນ ເຊັ່ນ Airbnb-Best Disruptive Brand, WeChat-Best Digital Economy Brand, and BMW-Best Emotionally Bonding Brand.

ທ່ານ ນາງ Glory Zhang, ຜູ້ອຳນວຍການຝ່າຍການຕະຫຼາດຂອງກຸ່ມ ທຸລະກິດຜູ້ຊົມໃຊ້ຫົວເຫວີຍ ໄດ້ໃຫ້ຄໍາປາໄສ ດັ່ງລຸ່ມນີ້:



“ສະບາຍດີທຸກທ່ານ, ສະບາຍດີຍາມແລງ, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຢູ່ກັບ ທຸກທ່ານໃນມື້ນີ້. ຂອບໃຈ GfK, ຂອບໃຈ Serviceplan ແລະ CE ແຫ່ງ ປະເທດຈີນ ທີ່ເຊື້ອເຊີນຂ້ອຍມາໃນມື້ນີ້.

ກ່ອນທີ່ຈະເລີ່ມເວົ້າສິ່ງຕ່າງໆ, ຂ້ອຍມີບາງຢ່າງຢາກແບ່ງປັນກັບບັນດາທ່ານ. ສອງສາມມື້ກ່ອນ, ຂ້ອຍໄດ້ເບິ່ງຮູບເງົາເລື່ອງໃໝ່ຂອງ Ang Lee ຊື່ Billy Lynn’s Long Halftime Walk, ມັນຖືກສ້າງຂຶ້ນໂດຍໃຊ້ເຕັກໂນໂລຊີທີ່ ທັນສະໄໝທີ່ສຸດ 120fps x 3D x 4K, ໜ້າເສຍດາຍ ທີ່ນັກວິຈານຫຼາຍໆທ່ານ ບໍ່ໄດ້ຍົກຍ້ອງໃນຈຸດນີ້ເລີຍ. ຢ່າງໃດກໍ່ຕາມ, ມີພຽງຫ້າໂຮງຮູບເງົາໃນໂລກທີ່ ສາມາດສາຍໄດ້ເຕັມຮູບແບບ. ແຕ່ກໍ່ບໍ່ມີໃຜປະຕິເສດໄດ້ວ່າ ສິ່ງນີ້ອາດເຂົ້າ ມາປ່ຽນແປງອະນາຄົດ ສຳລັບອຸດສາຫະກຳຮູບເງົາທັງໝົດ.

ຫຼາຍມື້ທີ່ຜ່ານມາ, ວາລະສານ Times ໄດ້ຈັດອັນດັບ 100 ຮູບທີ່ສຳຄັນທີ່ສຸດ ໃນປະຫວັດສາດ, ໃນນັ້ນລວມທັງ ຮູບທໍາອິດທີ່ຖ່າຍໂດຍກ້ອງໂທລະສັບມືຖື, ທ່ານລອງເດົາເບິ່ງບໍ່ວ່ານັ້ນແມ່ນຮູບຫຍັງ? ນັ້ນແມ່ນຮູບເດັກນ້ອຍເກີດໃໝ່ ໃນ ແຄລິຟໍເນຍ ເມື່ອປີ 1997. ມື້ນີ້ ຫົວເຫວີຍ ໄດ້ຮ່ວມມືກັບ Leica ເພື່ອ ສ້າງສິ່ງໃໝ່ໃນກ້ອງສະມາດໂຟນ. Huawei P9 ໄດ້ຖືກສ້າງຂຶ້ນມາເພື່ອຜູ້ໃຊ້ ງານ ກວ່າ 10 ລ້ານຄົນ ທີ່ມັກໃນການເກັບພາບຄວາມຊົງຈໍາດີໆໃນຊີວິດ ປະຈໍາວັນຂອງພວກເຂົາ.



ທຸລະກິດຂອງພວກເຮົາຂະຫຍາຍໂຕຢ່າງວ່ອງໄວ ໃນເວລາພຽງ 5 ປີ, ພວກເຮົາກາຍເປັນ ແບຣນສະມາດໂຟນ ໜຶ່ງໃນສາມອັນດັບສູງສຸດ ຂອງໂລກ. Interbrand ໄດ້ຈັດອັນດັບໃຫ້ ຫົວເຫວີຍ ເປັນ ໜຶ່ງໃນຮ້ອຍ ແບຣນສູງສຸດ ເມື່ອປີ 2014. ປີນີ້ເອງ ພວກເຮົາໄດ້ກ້າວຂ້າມ ມາເປັນ ອັນດັບທີ 72 ແລ້ວ.

ໃນມືຂ້າງໜຶ່ງ, ເຮົາມີນະວັດຕະກຳ ນຳພາທຸລະກິດຂອງພວກເຮົາໄປ, ແລະ ໃນມືອີກຂ້າງໜຶ່ງ ມີ ຄວາມມັກຮັກທີ່ເຕີມເຕັມໃຫ້ແບຣນຂອງພວກເຮົາ, ມັນເປັນຄວາມຮູ້ສຶກທີ່ມຸ່ງໝັ້ນສູງ ທີ່ຈະສ້າງຄວາມແຕກຕ່າງ ອັນເປັນໜຶ່ງ ດຽວຂອງພະນັກງານຫົວເຫວີຍກວ່າ 170,000 ຄົນທົ່ວໂລກ, ມັນເປັນແຮງ ບັນດານໃຈຂອງທີມງານ ທີ່ຢາກກ້າວໄປສ້າງເປົ້າໝາຍທີ່ຍິ່ງໃຫຍ່. ພວກເຮົາ ມີຄວາມສຸກຫຼາຍທີ່ໄດ້ເຫັນຜູ້ໃຊ້ງານຫຼາຍຄົນ ຮັບຮູ້ເຖິງນະວັດຕະກໍາໃໝ່ໆ ຂອງພວກເຮົາ ແລະພວກເຮົາຈະມີຄວາມສຸກຍິ່ງຂຶ້ນ ເມື່ອຄົນເຫຼົ່ານັ້ນໄດ້ຮັບ ແຮງບັນດານໃຈຈາກຫົວເຫວີຍ. ພວກເຮົາຫວັງສະເໝີວ່າ ຄວາມມັກຮັກໃນ ແບຣນຫົວເຫວີຍ ສາມາດເຮັດໃຫ້ພວກເຂົາມີຄວາມກ້າຫານເພື່ອທ້າທາຍ ກັບສິ່ງຕ່າງໆ ເພື່ອປ່ຽນຊີວິດຂອງພວກເຂົາໃຫ້ດີຂຶ້ນ.

ສຸດທ້າຍນີ້, ຂ້ອຍມີວິດີໂອຈາກແບຣນຂອງພວກເຮົາ “Dream It Possible” ຢາກນໍາສະເໜີໃຫ້ພວກທ່ານ, ຂ້ອຍໄດ້ເລີ່ມຕົ້ນຂຽນເລື່ອງນີ້ຂຶ້ນ ແລະ ຂ້ອຍຮັກມັນ. ມັນໄດ້ເຂົ້າເຖິງຫົວໃຈຂອງຄົນເປັນລ້ານຄົນທົ່ວໂລກ. ຫວັງວ່າທ່ານຈະຮັກມັນເຊັ່ນກັນ.

HUAWEI|《Dream It Possible》
https://www.youtube.com/watch?v=R6_68vFcGqY&feature=youtu.be . type/left

Post Bottom Ad