ເປີດແລ້ວ! ສູນບໍລິການຫຼັງການຂາຍຫົວເຫວີຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເປີດແລ້ວ! ສູນບໍລິການຫຼັງການຂາຍຫົວເຫວີຍ


 ໃນວັນທີ່ 29/12/2016 ທີ່ຜ່ານມານີ້ທາງຫົວເຫວີຍໄດ້ມີການເປີດສູນບໍລິການຫຼັງການຂາຍໃໝ່ຢ່າງເປັນທາງການທີ່ຢູ່ບ້ານດົງປາລານ,ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ເປີດງານໂດຍທ່ານ ບຸນສະເຫຼີມໄຊ ເຄນນາວົງ ລັດທະມົນຕີຊ່ວຍກະຊວງໄປສະນີແລະໂທລະຄົມມະນາຄົມພ້ອມດ້ວຍທ່ານ Zhang Dongya CEOຂອງຫົວເຫວີຍ. ພາຍໃນງານຍັງຈະມີກິດຈະກຳຫຼາກຫຼາຍຢ່າງ ມີການຈັບລາງວັນ, ມີການສ້ອມແປງໂທລະສັບຫົວເຫວີນອກຮັບປະກັນຟຣີໃນງານ, ມີການໃຫ້ສະຫຼັກຊື່ຟຣີ ສຳລັບຜູ້ທີ່ມາຮ່ວມງານທີ່ໃຊ້ໂທລະສັບຫົວເຫວີຍ (ໂທລະສັບຫົວເຫວີຍທີ່ຊື້ໃນສູນລາວແລະເປັນລຸ້ນທີ່ມີຝາຫຼັງເປັນໂລຫະເທົ່ານັ້ນ) ແລະ ຍັງມີກິດຈະກຳຖ່າຍຮູບພາບ ແລ້ວໂພສໃນເຟສບຸກ ລົງທ້າຍພິມດ້ວຍຄຳວ່າ #HUAWEI Laos Customer Service Center Opening ໃຜທີ່ໄດ້ Like ຫລາຍກ່ອນໝູ່ຮັບໄປເລີຍ ໂທລະສັບສາມາດໂຟນ ຫົວເຫວີຍ P9 ຖືວ່າເພີ່ນຂອງລາງວັນກັນແບບຫຼວງຫຼາຍກັນເລີຍ. ນອກຈາກນີ້ຍັງໄດ້ພົບກັບຄວາມມ່ວນຊື່ນຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນການເສບດົນຕີສົດ ພ້ອມດ້ວຍມິນິຄອນເສີດຈາກ ໄກ່ ໂອເວີແດນ ທັງໝົດນີ້ຖືວ່າໄດ້ຮັບໄດ້ການຕອບຮັບເປັນຢ່າງດີ ມີຜູ້ຄົນໃຫ້ຄວາມສົນໃຈແລະເຂົ້າຮ່ວມໃນງານເປັນຈຳນວນຫຼາຍ.



ສູນບໍລິການຫຼັງການຂາຍແຫ່ງນີ້ຈະເປັນຮ້ານບໍລິການລະດັບສູງທີ່ສຸດ ແລະ ເປັນສູນບໍລິການລູກຄ້າສະມາດໂຟນທີ່ມີຄວາມຊຳນິຊຳນານທີ່ສຸດໃນລາວ. ພວກເຮົາຈັດຫາການບໍລິການແບບພິເສດເພື່ອເພີ່ມຄຸນຄ່າໃນການບໍລິການໃຫ້ກັບລູກຄ້າຂອງພວກເຮົາເຊັ່ນການຊ້ອມແປງຢ່າງວ່ອງໄວພາຍໃນ2ຊົ່ວໂມງສຳຫຼັບໂທລະສັບ GR5 2017 ແລະ ມີການບໍລິການສະຫຼັກຊື່ໃສ່ຕົວເຄື່ອງໂທລະສັບ ສ່ວນລຸ້ນທົ່ວໄປສາມາດປ່ຽນໄດ້ພາຍໃນ7ມື້ ແລະ ມີກະລັງຕີ 1ປີ


   ນອກຈາກນັ້ນພວກເຮົາຍັງມີພະນັກງານທີ່ຊໍານະຊໍານານທາງດ້ານເຕັກນິກ,ມີອຸປະກອນສ້ອມແປງທີ່ທັນສະໄໝມ ພວກເຮົາມີປະສົບການໃນການສ້ອມແປງທີ່ໄວທີ່ສຸດແລະດີທີ່ສຸດ.ໃນອານາຄົດຄິດຄົ້ນໃນສີ່ງໃໝ່ໆຢູ່ສະເໝີເພື່ອເພີ່ມປະລິມານຜູ້ທີ່ສົນໃຈແລະຊົມໃຊ້ຜະລິດຕະພັນຂອງຫົວເຫວີຍ



ເວບໄຊ໌ຂອງສູນບໍລິການ: http://consumer.huawei.com/la/support/index.htm  (ສາມາດກວດສອບໄລຍະເວລາການຮັບປະກັນ, ລາຄາອາໄລ, ຊອບແວ ແລະ ອື່ນໆ.)
ສາຍດ່ວນໂທ: 021 253999 ( ລາວ/ອັງກິດ, 9:00~18:00, ວັນຈັນ ເຖິງ ວັນສຸກ)
ອີເມລຫົວເຫວີຍ: mobile.la@huawei.com
ທີ່ຢູ່ສູນບໍລິການ: ບ້ານເລກທີ່ 007, ດົງປະລານ, ວຽງຈັນ
ເວລາເຮັດວຽກສູນບໍລິການ: 9:00~18:00, ວັນຈັນ ເຖິງ ວັນອາທິດ
ເບີຕິດຕໍ່ສູນບໍລິການ: 030 5999555,030 5999666.

Post Bottom Ad