ຕົ້ນກະຖິນ Acacia - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕົ້ນກະຖິນ Acacia



ຕົ້ນກະຖິນ Acacia

ຕົ້ນກະຖິນແມ່ນພືດໄມ້ຢືນຕົ້ນ ສູງປະມານ 10 ແມັດ, ຖອດຍອດໄວ, ແຕກກິ່ງກ້ານໄວ, ຕັດບໍ່ພໍຄາວ ປົ່ງດົກໄວ. ບາງຕົ້ນເກີດເປັນພຸ່ມ, ກະຖິນແພ່ພັນໄວ, ແພ່ພັນດ້ວຍແກ່ນ.
ໃບ: ຈະເປັນໃບປະກອບ ກ້ານໃບຍາວ 15-30 ຊັງຕີແມັດ,ແຕກອອກເປັນກ້ານຍ່ອຍໆ 3-10 ຄູ່, ກ້ານຍາວປະມານ 10 ຊັງຕີແມັດ, ມີໃບນ້ອຍຄ້າຍໃບຫມາກຂາມ ມີສີຂຽວເຂັ້ມ
ດອກ : ຈະອອກເປັນຊໍ່ ຂະໜາດນ້ອຍ ກົມຟູ ສີຂາວ ມີກິ່ນຫອມອ່ອນ, ດອກຈະເປັນເສັ້ນຝອຍໆ
ໝາກກະຖິນ: ຈະເປັນຝັກແປຍາວ 12-18 ຊັງຕີແມັດ, ກ້ວາງປະມານ 2 ຊັງຕີແມັດ, ມີເມັດພາຍໃນ 15-30 ເມັດ.

ສ່ວນທີ່ໃຊ້ເປັນຢາ: ຄືໃບ, ຍອດອ່ອນ, ເມັດອ່ອນ,ເປືອກ ແລະ ຮາກ.
ໃບ : ໃຊ້ກິນແກ້ຖອກທ້ຶອງ, ສະໝານແຜ, ຫ້າມເລືອດ
ຝັກ: ໃຊ້ເປັນຢາສະໝານ
ເມັດ: ເປັນຢາສະໝານ ເພາະເປັນຢາມີລົດຝາດ
ເປືອກ: ໃຊ້ເປັນຢາສະໝານ ເພາະເປັນຢາອາຍຸວັດທະນະ, ຂັບລົດ ແລະ ຂັບລະດູຂາວ.

ກະຖິນມີດີຫລາຍຢ່າງ ໃຊ້ເປັນຢາປາບຫ່າສັດປິກ ເຊັ່ນ: ໄກ່, ເປັດ ເປັນຕົ້ນ. ເອົາກະຖິນໃບມາຕຳໂຄກ ຄົນກັບເຂົ້າ ແລະ ຮຳ ໃຫ້ສັດລ້ຽງກິນ. ກະຖິນມີທາດເຫລັກ ກິນແລ້ວເຮັດໃຫ້ກະດູກແຂງແຮງ ກະຖິນຍັງເປັນພືດສະໝຸນໄພທີ່ຄົບວົງຈອນ, ປົວທັງຄົນ ທັງສັດ , ຄົນໃດກິນຕຳສົ້ມໝາກຫຸ່ງເອົາຍອດກະຖິ່ນມາກັບ ບໍ່ຄ່ອຍຈະເຈັບທ້ອງ, ເຈັບກະເພາະ ເພາະມັນເປັນຢາປົວໄປໃນຕົວ.

ໃບກະຖິນ ຍັງນຳມາຕົ້ມດື່ມເມື່ອເລືອດຟົກຊ້ຳ ເລືອດຕົກໃນ


ຂໍ້ຄິດ: ຕົ້ນກະຖິນ ເປັນຕົ້ນໄມ້ມົງຄຸນ, ນິຍົມປູກໄວ້ບ້ານ ແຕ່ຄວນປູກໄວ້ທາງທິດຕາເວັນອອກສ່ຽງໃຕ້ຂອງບ້ານ ຈະຊ່ວຍປ້ອງກັນຄວາມຊົ່ວຮ້າຍທັງປວງ

Post Bottom Ad