ຄຸນປະໂຫຍດຂອງ ໝາກຂີ້ຫູດ (Citrus) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄຸນປະໂຫຍດຂອງ ໝາກຂີ້ຫູດ (Citrus)


ກ່ອນຈະໄປຮູ້ຈັກຊັບພະຄຸນ ຫຼື ຄຸນປະໂຫຍດຂອງ ຫມາກຂີ້ຫູດ. ມາເບິ່ງນຳກັນກ່ອນວ່າ ມັນເປັນແບບໃດ.

ໝາກຂີ້ຫູດ ແມ່ນພືດໃນສະກຸນໝາກກ້ຽງ (Citrus) ມີຖິ່ນກຳເໜີດໃນປະເທດລາວ ໄທ ອິນໂດເນເຊຍ ແລະ ມາເລເຊຍ.

ໝາກຂີ້ຫູດຈະມີ ດອກ  ສິຂາວ ຄ້່່າຍດອກຫມາກນາວ ມິກິ່ນຫອມອ່ອນ
ຫມາກ ມິຂະຫນາດເທົ້າກັບຫມາກນາວ ແຕ່ເປຶອກນອກເປັນກະຕູດກະຕີດ ຫລຸບໂນນ, ຫົວຈຸກ ( ຄຶຫມາກຫົດ ) , ຫມາກອ່ອນເປັນສີຂຽວແກ່ ຖ້່າຫມາກສຸກຄາຕົ້້ນເຫລືອງສົດ


ຄຸນຄ່າທາງຢາ:  ເພິ້່່ນນຳໃຊ້ືທັງໃບ ທັງຫມາກ.
ໃບ : ໃຊ້ຫມາກສົດປະກອບການປຸງແຕ່ງອາຫານເຊັ່ນ  ຝານເອົາເປືອກຕົ້ມແກງສົ້ມ ໃສ່ເອາະຕ່າງໆ.
ນຳຫມາກຫູດມາດອງເປັນຢາຝອກເລືອດແມ່ຍິງ, ຂັບລະດູຂັບລົດ ແລະ ແກ້ຈຸກສຽດແຫນ້ນທ້ອງ, ຫມາກຂິ້ັຫູດຍັງເປັນຢາບຳລຸງເສັ້ນຜົມ ຮາກຜົມ ກຳຈັດຂິ້ລັງແຄ ແລະ ຕຸ່ມເປຶ້ອຍ ເປັນຢູ່ຫນັງຫົວ, ນໍ້າມັນຫມາກຂິີ້ຫູດຍັງບຳລຸງຜົມໃຫ້ເປັນເງົ່າເຫລື້ອ ບູຮານເຄີຍສອນໃຊ້ຫມາກຂີ້ຫູດ ເຜົ່າໄຟພໍສຸກ ນຳມາຄັ້ນປົນກັບນໍ້າຫມວກ (ນໍ້າເຂົ້າຫມ່າ ) ແລະ ເຜົາຫມາກສົ້ມປອຍໃສ່ນຳ ແລ້ວ ນຳໄປສະລ້າງຫົວ (ສຳຫຼັບຜູ້ຍິງຜົມຍາວ ).

ສິ່ງດີໆ ແບບນີ້ ບັນພະບູລຸດພາເຮັດພາທຳ. ທັງປະຢັດ, ມີປະໂຫຍດ ແລະ ປອດໄພຈາກສານເຄມີ.

ຢາກຮູ້ວ່າມີຫຍັງແດ່ ທີ່ເປັນສະໝູນໄພດີໆ ຖ້າຕິດຕາມບົດຄວາມຕໍ່ໄປ ຫຼື ໄປຊອກຊື່ປືມ ສະໝູນໄພໃກ້ຕົວ ຂອງ ອາຈານ ກົງເດືອນ ມາອ່ານເດີ.


Post Bottom Ad