ສະໝຸນໄພ ດອກຮັກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະໝຸນໄພ ດອກຮັກ


ສະໝຸນໄພ ດອກຮັກ

ລັກສະນະທາງດ້ານພຶກສາສາດ:

ຕົ້ນດອກຮັກເປັນຕົ້ນໄມ້ພຸ່ມ ຂະໜາດກາງ ສູງປະມານ 2-3 ແມັດ ແຕກກິ່ງກ້ານສາຂາຫຼວງຫຼາຍ ແຕ່ເປັນລຳນ້ອຍໆ
ລຳຕົ້ນ ແລະ ກິ່ງກ້ານໃບມີຢາງສີຂາວຫຼວງຫຼາຍ ມີຂົນລະອຽດປົກຫຸ້ມຢູ່

ໃບມີຂະໜາດໃຫຍ່ໜາ ລັກສະນະຮູບມົນຮຽວ ແຜ່ນໃບມີຂົນລະອຽດຫຸ້ມດອກ ເປັນຊໍ່ຕາມປາຍກິ່ງ ຫຼຶສ່ວນຍອດຊໍ່ດອກຍາວ ດອກເປັນສັນສູງ ເປັນແທ່ງກີບມີ 5 ກີບ ມີລັກສະນະຄ້າຍມົງກຸດ ມີສິມ່ວງ ຫຼືສິຂາວ
ຜົນ ມີລັກສະນະກົມຍາວ ເປັນຝັກ ຜົນອ່ອນເປັນສີຂຽວ ເມື່ອແກ່ຈະເປັນສີນ້ຳຕານ ແຕກອອກຕາມຄວາມຍາວຂອງຜົນ
ເມັດ ຮູບຮ່າງແບນສີນ້ຳຕານ ມີຂົນຂາວເປັນກະຈຸກ

ຄຸນຄ່າ ທາງດ້ານສະໜຸນໄພ:
ດອກຮັກນີ້ເປັນດອກໄມ້ທີ່ສ້າງລາຍຮັບໃຫ້ແກ່ຊາວບ້ານ ຜູ້ເພິ່ນເຮັດຂັນໝາກເບັງຂາຍວັນສິນວັນພຣະ ເວລາມີພິທີສຳຄັນ ເຮັດພາບາສີສູ່ຂວັນ ແຕ່ງດອງ ພວງມາໄລ ເປັນຕົ້ນ ນັບວ່າເປັນດອກໄມ້ມົງຄຸນ
ຢາງຈາກຕົ້ນ ແລະ ໃບ ມີລິດເປັນຢາຖ່າຍຢ່າງແຮງ ຮັກສາອາການປວດແຂ້ວ ປວດຫູ ຂັບພະຍາດ ແລະ ແກ້ຂີ້ກາກ ຂີ້ກ້ຽນ, ນອກນັ້ນ ຍັງມີລິດ ເປັນຢາລຸລູກອີກນຳ

ເປຶອກຕົ້ນຮັກ ໃຊ້ຂັບນ້ຳເຫຼືອງທີ່ເສຍ ເຮັດໃຫ້ປວດຮາກ
ເປືອກກາກ ໃຊ້ຮັກສາໂຣກບິດ ຂັບເຫື່ອ ຂັບຂີ້ກະເທິະ ເຮັດໃຫ້ປວດຮາກ
ດອກ ໃຊ້ເປັນຢາຈະເລີນອາຫານ ແກ້ຫວັດ ແກ້ໄອ ຊ່ວຍຍ່ອຍອາຫານ ແລະ ແກ້ຫືດ

ຂໍ້ຄວນລະວັງ : ຢາງດອກຮັກມີພິດ ຖ້າຖືກຕາມຕົນໂຕຈະຄັນຄາຍ ແສບ ຖ້າຖືກຕາ ຈະເຮັດໃຫ້ຕາອັກເສບ.

ວິທີປູກຕົ້ນດອກຮັກນີ້ ສຸດແສນຈະງ່າຍ ພຽງແຕ່ຫັກເອົາງ່າມາປັກຊຳໄວ້ປະມານນຶ່ງອາທິດ ກໍ່ອອກຍອດແລ້ວ.

Post Bottom Ad