ເຟສບຸກ ເຕີບໂຕ ຢ່າງຕໍ່ເນື່ອງ, ໃນວັນທີ 30 ກໍລະກົດ 2015, Mark Zuckerberg ໄດ້ລາຍງານ ຜ່ານເຟສ໌ ຂອງລາວເອງ ໂດຍມີການແຈ້ງ ຜົນກຳໄລ ໃນໄຕມາດທີ່ຜ່ານມາ ທີ່ມີການຂະຫຍາຍຕົວສູງ.
ປະຈຸບັນມີຄົນເປັນສະມາຊິກຂອງເຟສບຸກ ທັງໝົດ 1.49 ຕື້ ບັນຊີ. ເຊິ່ງຂໍ້ມູນນີ້ ທຽບກັບຈຳນວນປະຊາກອນໂລກ ໃນປີ 1876 ແລະ ເປັນປີທຳອິດ ທີ່ມີການນຳໃຊ້ ໂທລະສັບ.
March Zuckerberg ກ່າວອີກວ່າ, ແຕ່ລະຍຸກແຕ່ລະສະໄໝ, ໂລກຂອງພວກເຮົາມີການເຕີບໂຕ ແລະ ໃກ້ຊິດກັນຫຼາຍຂຶ້ນ. ລາວຍັງກ່າວອີກວ່າ ວັນໜຶ່ງຂ້າງໜ້າ ເຟສບຸກຈະ ເປັນເວທີ ເຊື່ອມໂຍງ ທຸກໆຄົນ ໃນໂລກ.
ນອກຈາກເຟສບຸກແລ້ວ, ສື່ອ່ອນລາຍ ໃນເຄືອຂອງເຟສບຸກ ເຊັ່ນ WhatsApp ກໍ່ມີຄົນໃຊ້ເຖິງ 800 ລ້ານບັນຊີ ແລະ Instagram ມີເຖິງ 300 ລ້ານບັນຊີ.
ທີ່ມາ: Mark Zuckerberg
ຄັດຂ່າວໂດຍ: ທີມງານ ປະກາດ