ຫົວໜ້າຄູຝຶກ ບຸນລັບ ຢ້ຳທີມ U 16 ຢ່າປະໝາດ ຄູ່ແຂ່ງ, ຕ້ອງຮັກສາມາດຕະຖານ ແລະ ເກັບຄະແນນ 3 ແຕ້ມໃນນັດທີ່ 4 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫົວໜ້າຄູຝຶກ ບຸນລັບ ຢ້ຳທີມ U 16 ຢ່າປະໝາດ ຄູ່ແຂ່ງ, ຕ້ອງຮັກສາມາດຕະຖານ ແລະ ເກັບຄະແນນ 3 ແຕ້ມໃນນັດທີ່ 4

ຫົວໜ້າຄູຝຶກ ບຸນລັບ ຢ້ຳທີມ U 16 ຢ່າປະໝາດ ຄູ່ແຂງ, ຕ້ອງຮັກສາມາດຕະຖານ ແລະ ເກັບຄະແນນ 3 ແຕ້ມໃນນັດທີ່ 4

ວັນອາທິດ 02 ສິງຫາ ເວລາ 15:30 ທີມຊາດລາວ ລຸ້ນ 16 ປີ ຈະລົງສະຫນາມ ນັດທີ 4 ພົບ ທີມຊາດ ບຣູໄນ ຢູ່ທີ່ສະຫນາມກິລາ ກອງທັບ ນະຄອນຫລວງພະນົມເປັນ ປະເທດ ກໍາປູເຈຍ ທາງເຈົ້າພາບບໍ່ໄດ້ທໍາການຖ່າຍທອດສົດ,

ຖ້າຫາກວ່າທີມຊາດລາວ ຊະນະ ໄດ້ໃນນັດນີ້ກໍຈະກະມີໂອກາດເຂົ້າຜ່ານເຂົ້າຮອບຮອງຊະນະເລີດ .
ຫລັງຈາກ 3 ນັດທີ່ຜ່ານມາ ຊະນະ 2 ສະເຫມີ 1 ມີ 7 ຄະແນນ ເປັນອັນກັບ 1 ກຸ່ມ A
ເຊິ່ງຜົນການແຂ່ງຂັນແຕ່ລະນັດມີດັ່ງນີ້ :

- ນັດທີ 1 ວັນທີ 27 ກໍລະກົດ ລາວ ຊະັນະ ໄທ 1-0
- ນັດທີ 2 ວັນທີ 29 ກໍລະກົດ ເວລາ ລາວ ຊະນະ ຕີມໍ ເລສເຕ 3-2
- ນັດທີ 3 ວັນທີ 31 ກໍລະກົດ ລາວ ສະເຫມີ ຫວຽດນາມ 2-2
- ນັດທີ 4 ວັນທີ 2 ສິງຫາ ເວລາ 15:30 ລາວ ພົບ ບຣູໄນ
- ນັດທີ 5 ສິງຫາ ເວລາ 15:30 ລາວ ພົບ ມາເລເຊຍ



ຂໍສົ່ງແຮງໃຈໃຫ້ທີມ U 16 ຂອງລາວແດ່ເດີ! ລາວ ສູ້ໆໆ

ແຫຼ່ງຂ່າວ: Lao Football News

Post Bottom Ad