ປະກາດເຕືອນໄພ: ຄົນໃຊ້ມີດປາດກົງລົດ
>>>>>>>
ສະບາຍດີທຸກໆທ່ານ, ຊ່ວຍເຕືອນໄພໃຫ້ແດ່ ມີຄົນບໍ່ດີ ໄດ້ເອົາຂອງມີຄົມປາດກົງລົດແບບນີ້ (ດັ່ງຮູບຂ້າງລຸ່ມ) ຖ້າບໍ່ສັງເກດດີໆແລ້ວ ຂັບໄປກົງລົດແຕກອາດຈະເຖິງແກ່ຊີວິດໄດ້.
ດັ່ງນັ້ນ, ຢາກໃຫ້ທຸກຄົນ ກ່ອນຈະຂີ່ລົດ ເສຍເວລາໜ້ອຍໜື່ງ ກວດກາກົງລົດຂອງທ່ານເພື່ອຄວາມໝັ້ນໃຈ. ເຫດການນີ້, ເກີດຂຶ້ນ ແຖວທາງ ໂຮງໝໍ 103. ຕອນຂ້າພະເຈົ້າຈອດລົດໄວ້ຂ້າງທາງ, ແຕ່ບໍ່ຮູ້ວ່າແມ່ນໃຜເປັນຄົນລົງມືເຮັດ ແລະ ເຮັດໄປເພື່ອຫຍັງ.
ຂອບໃຈ
#ເຕືອນໄພ
>>>>>>>
www.pakaad.com | ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ