ລົດຈັກຕຳກັບລົດໃຫຍ່ ເຈັບສາຫັດ 1 ຄົນ, ເສຍຊີວິດ 1 ຄົນ ທີ່ເຂດບ້ານບໍ່ເຫຼັກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
>>>>>>>
ລາຍງານຈາກ ສະມາຄົມອາສາ ກູ້ໄພນະຄອນຫຼວງ ໃຫ້ຮູ້ວ່າ ໃນວັນທີ 1 ສິງຫາ 2015 ເວລາ19:17 ນາທີ. ໄດ້ຮັບແຈ້ງເຫດເຂົ້າໜາຍເລກສຸກເສີນ1624 ວ່າມີລົດໃຫ່ຍຕຳລົດຈັກຢູ່ເຂດບ້ານບໍ່ເຫຼັກ (ຫຼັກ36) ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ຈຶ່ງອອກກວດສອບ, ເມືອໄປຮອດຈຸດເກີດເຫດພົບຜູ້ບາດເຈັບ 2 ຄົນເປັນຍິງ 1 ຄົນ ຜູ້ຊາຍ 1 ຄົນ.
ຜູ້ຊາຍແມ່ນມີ ມີບາດແຜຫຼາຍຈຸດ ແລະ ຂາຫັກເບື້ອງຂວາ. ອາສາສະໝັກ ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລວນຳສົ່ງໂຮງໜໍມິດຕະພາບ 150 ຕຽງ.
ສ່ວນຜູ້ຍິງແມ່ນ ກະດູກຂ້າງຫັກ; ບາດແຜທົ່ວຕົນໂຕ ແລະ ຂາເບື້ອງຂວາຫັກ ໝົດສະຕິ; ຫົວໃຈຢຸດເຕັ້ນ. ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ຈຶ່ງໄດ້ເຮັດການ CPR ເພື່ອຊູຊີບ ຂັ້ນເບື້ອງຕົ້ນ. ພວກເຮົາໄດ້ຊ່ວຍສຸດຄວາມສາມາດແລ້ວແຕ່ຜູ້ບາດເຈັບທົນຜິດບາດແຜບໍ່ໄຫວ ຈຶ່ງເສຍຊິວິດໃນເວລາຕໍ່ມາ. ຂໍສະແດງຄວາມເສຍໃຈນ່ຳຄອບຄົວຂອງຜູ້ເສຍຊິວິດ.
ລົດທີ່ຮ່ວມເຫດໃນຄັ້ງນີ້ ມີລົດ ຈັກ 1 ຄັນ ປ້າຍທະບຽນ ກຳແພງນະຄອນ ຈບ 9199, ແລະ ລົດໃຫຍ່ ວິໂກ້ສີດຳ ບໍ່ມີປ້າຍທະບຽນ.
ພາບແລະຂ່າວ: ສະມາຄົມອາສາກູ້ໄພນະຄອນຫຼວງ
ແຈ້ງເຫດຸກເສີນໂທ 1624 ຟຣີ 24 ຊົ່ວໂມງ
>>>>>>>