ຂ່າວຕ່າງປະເທດ: ຝົນຕົກໜັກ ໃນຕອນແລງວັນທີ 1 ສິງຫາ 2015, ທີ່ປະເທດກຳປູເຈຍ ເຮັດໃຫ້ຫຼາຍຕົວເມືອງຖືກນ້ຳຖ້ວມ ເສັ້ນທາງຫຼາຍສາຍ ບໍ່ສາມາດສັນຈອນໄປໄດ້.
ລາຍງານຜ່ານສື່ອ່ອນລາຍ ຂອງກຳປູເຈຍ ກ່ຽວກັບສະພາບ ນ້ຳຖ້ວມຢ່າງໜັກ ໃນຫຼາຍເມືອງ ເຊັ່ນ ເມືອງ Rumdul ແລະ Pearl . ລະດັບນ້ຳ ແມ່ນກາຍຫົວເຂົາ. ການສັນຈອນແມ່ນຕິດຂັດ. ປະຊາຊົນຕ້ອງໄດ້ຂົນເຄື່ອງໜີນ້ຳ. ຫ້າງຮ້ານ ຕາມແຄມທາງແມ່ນໄດ້ຮັບຜົນກະທົບ ແຕ່ຍັງບໍ່ມີຕົວເລກທາງການ ເຖິງຄວາມເສຍຫາຍ ໃນໄພນ້ຳຖ້ວມຄັ້ງນີ້.
ພາບ: ສື່ອ່ອນລາຍ ກຳປູເຈຍ
ລາຍງານໂດຍ: ທີມງານປະກາດ