ມອບ​ບັດ​ສະ​ມາຊິກ​ພັກ​ສົມ​ບູນ​ຂອງ 3 ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​​ຮາກ​ຖານ​ພັກ ດ່ານ​ສາ​ກົນ​ຂົວ​ມິດ​ຕະ​ພາບ 2 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມອບ​ບັດ​ສະ​ມາຊິກ​ພັກ​ສົມ​ບູນ​ຂອງ 3 ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​​ຮາກ​ຖານ​ພັກ ດ່ານ​ສາ​ກົນ​ຂົວ​ມິດ​ຕະ​ພາບ 2



ສະຫວັນນະເຂດ: ພິທີມອບບັດສະມາຊິກພັກ ສົມບູນຊຸດທີ 2 ຂອງໜ່ວຍພັກ ຫ້ອງການບໍລິຫານດ່ານ, ໜ່ວຍ ພັກພາສີດ່ານ ແລະໜ່ວຍພັກ ຕມ ດ່ານ ທີ່ຂຶ້ນກັບຮາກຖານ ພັກດ່ານສາກົນຂົວມິດຕະພາບ 2 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ມິຖຸນາ 2020 ທີ່ຫ້ອງປະຊຸມ ຂອງພາສີດ່ານ ພາຍໃຕ້ການ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນເຍື້ອນ ທິດພຸດ ທະວົງ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ສະຫາຍ ວິໄລສັກ ພັນທະວົງ ຮັກສາການເລຂາຄະນະພັກ ຮາກຖານດ່ານສາກົນຂົວມິດ ຕະພາບ 2, ມີຕາງໜ້າຄະນະ ຈັດຕັ້ງແຂວງ ແລະບັນດາສະ ມາຊິກພັກພາຍໃນຮາກຖານ ພັກດັ່ງກ່າວເຂົ້າຮ່ວມ.



ສະຫາຍ ວິໄລສັກ ພັນທະວົງ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະ ພັກຮາກຖານດ່ານສາກົນຂົວ ມິດຕະພາບ 2 ປະກອບມີ 3 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກ ຫ້ອງການບໍລິຫານດ່ານ, ໜ່ວຍ ພັກພາສີດ່ານ  ແລະໜ່ວຍພັກ  ຕມ ດ່ານ, ມີສະມາຊິກພັກທັງ ໝົດ 121 ສະຫາຍ, ຍິງ 38 ສະ ຫາຍ, ໃນໄລຍະຜ່ານມາ, ຄະ ນະພັກຮາກຖານພວກເຮົາໄດ້ ເອົາ ໃຈໃສ່ໃນວຽກງານສຶກສາ ອົບຮົບທາງດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກຂອງຕົນຢ່າງ ເປັນປົກກະຕິ ເຮັດໃຫ້ບັນດາ ສະຫາຍສະມາຊິກພັກມີຄວາມ ເຊື່ອໝັ້ນ ແລະປະຕິບັດແນວ ທາງປ່ຽນແປງໃໝ່ຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ແລະຈຸດ ມຸ່ງໝາຍສັງຄົມນິຍົມທີ່ພັກເຮົາ ກຳນົດໄວ້, ຈຳແນກໄດ້ມິດສັດ ຕູຢ່າງຈະແຈ້ງ, ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ພ້ອມກັນບຸກ ບືນເຮັດສຳເລັດໜ້າທີ່ວຽກງານ ທີ່ພັກ-ລັດມອບໝາຍໃຫ້. ຜ່ານ ມາ, ຮາກຖານພັກດ່ານສາກົນ ຂົວມິດຕະພາບ 2 ໄດ້ຮັບບັດສະ ມາຊິກພັກສົມບູນແລ້ວຈຳນວນ 65 ສະຫາຍ, ຍິງ 17 ສະຫາຍ ແລະໃນພິທີຄັ້ງນີ້, ແມ່ນມີຜູ້ທີ່ ໄດ້ຮັບບັດສະມາຊິກພັກສົມບູນ ຈຳນວນ 17 ສະຫາຍ, ຍິງ 5 ສະຫາຍ; ສ່ວນສະມາຊິກພັກສົມ ບູນທີ່ບໍ່ທັນໄດ້ຮັບຄະນະພັກ ຮາກຖານພວກເຮົາໄດ້ນຳສະ ເໜີຂັ້ນເທິງພິຈາລະນາແລ້ວ.




ໃນພິທີ ກໍ່ໄດ້ຜ່ານມະຕິຕົກ ລົງຂອງຄະນະປະຈຳພັກ ແຂວງ ວ່າດ້ວຍການຮັບຮອງ ການອອກບັດສະມາຊິກພັກ ສົມບູນ ຈາກນັ້ນ, ກໍ່ໄດ້ມີການ ມອບ-ຮັບບັດໃຫ້ແກ່ບັນດາສະ ຫາຍສະມາຊິກພັກທີ່ໄດ້ຄົບ ຕາມມາດຖານເງື່ອນໄຂ ເຊິ່ງ ມີຈຳນວນ 17 ສະຫາຍຂອງ ໜ່ວຍພັກຫ້ອງການບໍລິຫານ ດ່ານ, ໜ່ວຍພັກພາສີດ່ານ ແລະ ໜ່ວຍພັກ ຕມ ດ່ານ ເຊິ່ງໃຫ້ ກຽດມອບໂດຍສະຫາຍ ນາງ ບຸນເຍື້ອນ ພຸດທະວົງ.

ໂອກາດດຽວກັນນີ້, ໃນພິທີ ຍັງໄດ້ຈັດພິທີຮັບເອົາມະຫາຊົນ ກ້າວໜ້າ ເຂົ້າເປັນສະມາຊິກພັກ ສຳຮອງຂອງໜ່ວຍພັກພາສີ ດ່ານ 5 ສະຫາຍ ແລະໜ່ວຍພັກ ຕມ ຈຳນວນ 2 ສະຫາຍນຳອີກ./.

ສະຫວັນພັດທະນາ

Post Bottom Ad