ສກຂ ຫຼວງພະບາງ ຫາລືຄົ້ນຄວ້າກະກຽມການສອບເສັງ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ ສົກປີ 2019-2020 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສກຂ ຫຼວງພະບາງ ຫາລືຄົ້ນຄວ້າກະກຽມການສອບເສັງ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ ສົກປີ 2019-2020


ຫຼວງພະບາງ: ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄ້ວາກະກຽມການສອບເສັງ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ປະຈຳສົກປີ 2019-2020 ເພື່ອວາງແຜນການຈັດຕັ້ງປະຕິບັດ ການສອບເສັງ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເມື່ອວັນທີ 3 ມິຖຸນາ ຜ່ານມາ ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸວັນທອນ  ມະນີພັນ ຮອງຫົວໜ້າພະແນກພາຍໃນ, ທ່ານ ຫົວໜ້າ-ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

 ໃນກອງປະຊຸມ,ໄດ້ຮັບຟັງຄຳສັ່ງແນະນໍາຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 272/ສສກ ວ່າດ້ວຍການຮັບ ແລະ ບັນຈຸລັດຖະກອນຄູ-ບໍລິຫານໃໝ່ ຂອງຂະແໜງການສຶກສາທິການ ແລະ ກິລາປະຈຳປີ 2020, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ສະບັບເລັກທີ 126/ຈຂ.ຫຼບ ວ່າດ້ວຍການຕັ້ງຕັ້ງຄະນະກຳມະການຄົ້ນຄວ້າແບ່ງຕົວເລກລັດຖະກອນຄູ ແລະ ບໍລິຫານໃໝ່, ຈາກນັ້ນຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ, ສົນທະນາ ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ . 

ນອກຈາກນີ້, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບວ່າ: ເຫັນດີຕົກລົງນັກສຶກສາຄູທີ່ຈົບໃໝ່ 10% ແມ່ນບໍ່ອະນຸຍາດໃຫ້ສອບເສັງ, ການສອບເສັງແມ່ນມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ, 1 ນະຄອນ ຫຼວງພະບາງ ແລະ ໂຮງຮຽນອ້ອມຂ້າງທີ່ຂື້ນກັບພະແນກສຶກສາທິການ ແລະ ກິລາແຂວງເປັນຜູ້ຈັດສັນບູລິມະສິດຄວາມຕ້ອງການຕົວຈິງ ແລະ ສອບເສັງຄັດເລືອກ ແລະ ໃຫ້ພ້ອມກັນປະຕິບັດຕາມຄຳສັ່ງແນະນຳຂອງກະຊວງສຶກສາທິການ ແລະ ກິລາ ເປັນຕົ້ນອາສາສະໝັກບໍລິຫານ ແະ ຄູສອນຕ້ອງມີອາຍຸການອາສາສະໝັກ 3 ປີຂື້ນໄປ ແລະ ມີອາຍຸບໍ່ເກີນ 35 ປີ, ມີໃບປະກາສະນີຍະບັດ ມ.4, ມ.7 ແລະ ໃບປະກາດວິຊາສະເພາະ, ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງເປັນຜູ້ຄົ້ນຄວ້າແບ່ງຕົວເລກລັດຖະກອນຄູ ແລະ ບໍລິຫານໃໝ່ໃຫ້ບັນດາເມືອງ,ໂຮງຮຽນອ້ອມຂ້າງ, ອອກຫົວບົດສອບເສັງ, ລົງຊີ້ນຳການສອບເສັງຢູ່ຂັ້ນເມືອງ, ຈັດຕັ້ງການສອບເສັງຄັດເລືອກສະເພາະຕົວເລກບໍລິຫານ ແລະ ໂຮງຮຽນອ້ອມຂ້າງ.

 ໂອກາດດັ່ງກ່າວ, ທ່ານ ວົງສະຫວັນ ເທບພະຈັນ ໄດ້ໃຫ້ກຽດມີຄຳເຫັນໂອລົມ  ເຊີ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໍ່ຜູ້ແທນກອງປະຊຸມທີ່ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິຄຳເຫັນ ຮ່ວມກັນວາງແຜນການໃນການຈັດຕັ້ງປະຕິບັດ ເຮັດໃຫ້ກອງປະຊຸມມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງໄດ້ນຳເອົາເນື້ອໃນຈິດໃຈກອງປະຊຸມດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນດີ.

 ໂດຍ: ແຈັກກີ້ ສກຂ ຫຼວງພະບາງ.

Post Bottom Ad