ຮ່ວມໃຈປ້ອງກັນ COVID-19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮ່ວມໃຈປ້ອງກັນ COVID-19


ພະຍາດ COVID-19 ເປັນພະຍາດທີ່ຕິດຕໍ່ ທີ່ກໍາລັງລະບາດຮຸນແຮງໄປທົ່ວໂລກ! ພະຍາດນີ້ຕິດຕໍ່ຈາກຄົນສູ່ຄົນ ຜ່າຍລະອອງຝອຍຂະໜາດໃຫຍ່ ຈາກການໄອຈາມ, ຫຼື ການໄປສຳຜັດ ກັບຄາບນໍ້າມູກນໍ້າລາຍ ທີ່ຕິດຕາມສະຖານທີ່ ຫຼື ພາຊະນະຕ່າງໆ, ຫຼື ການສຳຜັດກັບ ບຸກຄົນ ທີ່ມີເຊື້ອພະຍາດດັ່ງກ່າວ!



ຄວາມຮ້າຍແຮງ ຂອງພະຍາດນີ້ ແມ່ນເຮັດໃຫ້ ເສຍຊີວິດໄດ້ ໂດຍສະເພາະ ຜູ່ອາຍຸສູງ ແລະ ຜູ່ທີ່ມີພະຍາດປະຈໍາຕົວ ຫຼື ພະຍາດແຊກຊ້ອນອື່ນໆ. ເຖິງຢ່າງໃດກໍ່ດີ, ພະຍາດນີ້ ແມ່ນສາມາດປິ່ນປົວໃຫ້ຫາຍໄດ້ ຫາກໄດ້ຮັບການປິ່ນປົວຖືກວິທີ ແລະ ສະກັດກັ້ນແຕ່ຫົວທີ.


ຄໍາແນະນໍາຂ້າງລຸ່ມນີ້, ທາງຄະນະສະເພາະກິດໄດ້ແຈ້ງບອກໃຫ້ປະຊາຊົນລາວຕ້ອງປະຕິບັດ ເພາະຈະຊ່ວຍໃຫ້ທຸກທ່ານ ປອດໄພຈາກພະຍາດດັ່ງກ່າວ, ພ້ອມທັງສາມາດ ກໍາຈັດການແຜ່ລະບາດ ຈົນກ້າວເປັນເຖິງການຄວບຄຸມ ແລະ ຊ່ວຍຄົນເຈັບທີ່ຕິດພະຍາດດັ່ງກ່າວ.


ສໍາລັບບຸກຄົນທົ່ວໄປ

- ຕ້ອງຢູ່ເຮືອນ, ຢ່າເລາະ, ຢ່າທ່ຽວ
- ຫ້າມເດັດຂາດເດີນທາງໄປບ່ອນທີ່ລະບາດ, ແລະ ມີຄົນຫຼາຍ
- ຖ້າຈໍາເປັນຕ້ອງໄປຂ້າງນອກ ແມ່ນໃຫ້ໃສ່ໜ້າກາກອະນາໄມ ປາກ-ດັງ ແລະ ຮັກສາຄວາມສະອາດໃຫ້ດີ, ຮີບໄປຮີບກັບ. ພໍກັບຮອດເຮືອນໃຫ້ ລ້າງມື, ອາບນໍ້າ ແລະ ປ່ຽນເຄື່ອງນຸ່ງ
- ກິນສະອາດ ອາຫານສຸກດີ, ຢູ່ສະອາດ, ນຸ່ງຫົ່ມສະອາດ
- ປະຕິບັດຕາມມາດຕະການທີ່ໜ່ວຍງານສະເພາະກິດແຈ້ງອອກ ຢ່າງເຄັ່ງຄັດ
- ຫາກທ່ານໃກ້ຊິດ ຫຼື ພົວພັນ ກັບຜູ່ຕິດເຊື້ອຮີບ ໄປໂຮງໝໍ ຫຼື ໂທຫາ 166 ທັນທີ, ຢ່າຊັກຊ້າ!
- ຢ່າແຕກຕື່ນ, ແຕ່ໃຫ້ມີສະຕິ ແລະ ບໍ່ປະໝາດ
- ຕິດຕາມຂໍ້ມູນຂ່າວສານເປັນປະຈໍາ ຈາກແຫຼ່ງຂ່າວທາງການ
- ຢ່າແຊຂໍ້ມູນທີ່ບໍ່ທັນໄດ້ຮັບການຢືນຢັນ ເພື່ອປ້ອງກັນ ການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ



ສໍາລັບບຸກຄົນທີ່ມາແຕ່ຕ່າງປະເທດ, ຫຼື ພົວພັນກັບຜູ່ຕິດເຊື້ອ
- ກ່ອນອື່ນໝົດ ໂທລາຍງານ 166 ທັນທີ
- ຕ້ອງປະຕິບັດມາດຕະການກັກຕົນເອງຢູ່ເຮືອນ ແຍກດ່ຽວ 14-28 ມື້ ຢ່າງເຄັ່ງຄັດ ແລະ ທັນທີ, ບໍ່ມີຂໍ້ຍົກເວັ້ນ
- ຫ້າມອອກໄປໃສເດັດຂາດ, ຖ້າລະເມີດ ແມ່ນຜິດກົດໝາຍ
- ແຍກບ່ອນຢູ່, ບ່ອນກິນ, ເຄື່ອງໃຊ້ ຈາກຄົນອື່ນໆ ໃນຄອບຄົວ
- ຢູ່ຫ່າງຈາກຄົນອື່ນ 2​ ແມັດເປັນຢ່າງໜ້ອຍ
- ກວດອຸນຫະພູມຕົນເອງ ເຊົ້າ-ແລງ ຕ້ອງລຸດ 37.5 ອົງສາ ຖ້າກາຍ ໂທ 166
- ສໍາຫຼວດສຸຂະພາບວ່າ ບໍ່ມີອາການໄຂ້, ເມື່ອຍ, ໄອແຫ້ງ, ຫາຍໃຈຍາກ, ຖ້າມີ ຮີບໂທຫາ 166 ຫຼື ໄປໂຮງໝໍ ທັນທີ
- ຫາກມີການໄອ, ຈາມ ຕ້ອງປ້ອງກັນບໍ່ໃຫ້ເຊື້ອກະຈາຍ, ຕ້ອງປົກປິດດ້ວຍຜ້າອະນາໄມ ຫຼື ກົກແຂນ



ນອກຈາກນີ້, ທ່ານຍັງສາມາດເຮັດການຂ້າເຊື້ອຕາມເຮືອນ ແລະ ທີ່ຢູ່ອາໄສ ດ້ວຍວິທີຂ້າງລຸ່ມ



ຂໍໃຫ້ທ່ານແລະຄອບຄົວ ຈົ່ງພົ້ນໄພ COVID-19



Post Bottom Ad