ອັບເດດ COVID-19 ວັນທີ 28/3/2020 ລາວ +2 ລວມ 8 ຄົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອັບເດດ COVID-19 ວັນທີ 28/3/2020 ລາວ +2 ລວມ 8 ຄົນ




ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19
ປະຈໍາວັນທີ 28 ມີນາ ປີ2020

ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,
ຜູ້ປະຈໍາການຄະນະສະເພາະກິດ

ສະພາບການ COVID-19 ໃນທົ່ວໂລກ
ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 27 ມີນາ 2020, ທົ່ວໂລກມີລາຍງານກໍລະນີ
ທັງໝົດ 201 ປະເທດ.

ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ  593,710  ກໍລະນີ 
(ເພີ່ມຂື້ນ 65,334 ກໍລະນີ, ເສຍຊິວິດ 27,218 (ເພີ່ມຂື້ນ 3,256 ກໍລະນີ) ແລະ 
ປີ່ນປົວຫາຍດີ 133,005 (ເພີ່ມຂື້ນ 9,625). 
 
ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 27 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ

ວຽກງານຈຸດຜ່ານດ່ານ
ຈໍານວນຜູ້ເດີນທາງເຂົ້າມາທັງໝົດ:  7,120 ຄົນ
ຈໍານວນຜູ້ເດີນທາງຜ່ານສະໜາມບິນທັງໝົດ 126 ຄົນ (ວັດໄຕ 60 ຄົນ)
ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 5,734 ຄົນ
ກວດເຊັກອຸນຫະພູມ ຢູ່ຕາມດ່ານກວດຄົນເຂົ້າເມືອງ ພົບຈໍານວນຄົນໄຂ້ທີ່ກວດພົບທັງໝົດ 3 ຄົນ (2 ຄົນ ຈາກດ່ານແຂວງ ຈໍາປາສັກ, 1 ຄົນ ໄຊຍະບູລີ), ແລະ ທັງສາມແມ່ນສົ່ງໄປແຍກປ່ຽວໂຮງໝໍແຂວງ ພ້ອມເກັບຕົວຢ່າງສົ່ງມາກວດ, ຜູ້ທີ່ບໍ່ມີໄຂ້ ໄດ້ແນະນຳ ແລະ ຢາຍຄູ່ມືປະຕິບັດ ການຈຳກັດບໍລິເວນຕົນເອງ ໃຫ້ຄົບ 14 ວັນ ຕາມແຈ້ງການຂອງຄະນະສະເພາະກິດທີ່ໄດ້ວາງອອກ.







ການເຝົ້າລະວັງ ແລະ ວິເຄາະ
ໃນວັນທີ 27 ມີນາ 2020, ໄດ້ກວດວິເຄາະຫາເຊື້ຶອ 58 ກໍລະນີ ແລະ ມີຜູ້ຕິດເຊື້ອ 2 ຄົນ.

ເພດຍິງ, ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມທົວທີ່ລາຍງານໄປໃນກ່ອນໜ້ານີ້

ເພດຊາຍ, ອາຍຸ 18 ປີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນເປັນພະນັກງານໍລິສັດ DHL, ບຸກຄົນນີ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນນັກທຸລະກິດ
ມາຮອດປະຈຸບັນໄດ້ກວດວິເຄາະຫາເຊື້ອ ທັງໝົດ  276 ກໍລະນີ, ມີຜູ້ຕິດເຊື້ອສະສົມ 8 ຄົນ.
ນັກລະບາດວິທະຍາພາກສະໜາມ ໄດ້ສືບຕໍ່ລົງຄົ້ນຫາຜູ້ທີ່ສຳພັດໃກ້ຊິດກັບທັງໝົດ ມີ 235 ຄົນ

ການປິ່ນປົວ
ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 08 ຄົນ: 05 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ  03 ຄົນ ຢູ່ໂຮງໝໍຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

ຂໍ້ແນະນໍາ 
ລັດຖະບານ ກໍ່ຄື ຄະນະສະເພາະກິດ 
ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການ ກັນ, ຄວບຄຸມ, ໂຕ້ຕອບ ແລະ ແກ້ໄຂ ກ່ຽວກັບພະຍາດນີ້, ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການ ຢ່າງສະໝໍ່ສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການ ຢ່າງທັນເວລາ ເພື່ອ ຫຼຸດຜ່ອນ ການເຈັບເປັນ ຂອງ ປະຊາຊົນ ແລະ ຈຳກັດການແຜ່ລະບາດຂອງພະຍາດໃນຄັ້ງນີ້ ໃຫ້ ຢູ່ໃນວົງແຄບ. 
ທ່ານນາຍົກລັດຖະມົນພ້ອມດ້ວຍຄະນະກໍໄດ້ລົງຢ້ຽມຢາມແຂວງພາກໄຕ້ຕິດຕາມສະພາບ ແຮງງານລາວທີ່ກັບຈາກປະເທດໄທ, ຄວາມກຽມພ້ອມເພື່ອຕອບໂຕ້, ຄວບຄຸມພະຍາດ ແລະ ໃຫ້ທິດຊີ້ນຳຕໍ່ຄະນະສະເພາະກິດຂັ້ນແຂວງ
ເຊົ້າມື້ນີ້ກໍໄດ້ມີການຮຽກປະຊຸມດ່ວນເພື່ອປຶກສາຫາລືຍົກລະດັບມາດຕະການຄວບຄຸມການ ລະບາດຂອງພະຍາດ ເຊິ່ງມື້ອື່ນໂຄສົກລັດຖະບານຈະຖະແຫຼງຜົນຂອງກອງປະຊຸມ
ຄະນະສະເພາະກິດຈະໄດ້ເອົາທິດຊີ້ນຳຂອງກອງປະຊຸມດັ່ງກ່າວມາຜັນຂະຫຍາຍເປັນ ລາຍລະອຽດ

ຂໍແນະນຳພໍ່ແມ່ປະຊາຊົນບັນດາເຜົ່າເອົາໃຈໃສ່ຮັກສາສຸຂະພາບກາຍ ແລະ ສຸຂະພາບຈິດ ຕົນເອງ
ກິນອາຫານທີ່ມີປະໂຫຍດ ຕາມຫຼັກໂພສະນາການ ເພື່ອເສີມສ້າງ ລະບົບພູມຄຸ້ມກັນຮ່າງກາຍໃຫ້ແຂງແຮງ
ຫຼຸດຜ່ອນການດື່ມທາດເຫຼົ້າ ແລະ ເຄື່ອງດື່ມທີ່ມີນໍ້າຕານ
ບໍ່ໃຫ້ສູບຢາ ເພາະວ່າ ມັນເພີ້ມຄວາມສ່ຽງຫຼາຍຂື້ນ ເພາະເມື່ອຕິດພະຍາດນີ້ມັນຈະເຮັດໃຫ້ ລະບົບຫາຍໃຈຂອງທ່ານເກີດຄວາມເສບຫາຍ
ອອກກຳລັງກາຍເພື່ອໃຫ້ສຸຂະພາບແຂງແຮງ
ເບິ່ງແຍງສຸຂະພາບຈິດຕົນເອງໃຫ້ດີ, ຄວາມເຂົ້າໃຈ, ເມດຕາກະລຸນາ ແມ່ນເປັນຢາທີ່ດີ, ສົນທະນາ ແລະ ປຶກສາຫາສື ກັບໝູ່ຄູ່ຢ່າງສະໝໍ່າສະເໝີ, ຊ່ວຍເຫຼືອຄົນອ້ອມ
ຫຼີກລ້ຽງການຕິດຕາມຂ່າວຫຼາຍຈົນເກີນໄປ ເພາະມັນຈະເຮັດໃຫ້ທ່ານເກີດຄວາມວິຕົກກັງວົນ, ຄວນຮັບຟັງຂໍ້ມູນຂ່າວສານຈາດແຫຼ່ງຂ່າວທາງການ 1-2 ເທື່ອຕໍ່ມື້ ກໍພຽງພໍ ເພື່ອຮັບຟັງຄວາມຄືບໜ້າ ແລະ ວິທີການປະຕິບັດຈາກ ທາງການ 

ຕໍ່ຜູ້ສຳຜັດໃກ້ຊິດກັບຄົນທີ່ຢັ້ງຢືນ ວ່າຕິດເຊື້ອແລ້ວ
ໃຫ້ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຕາມຂໍ້ແນະນຳຂອງຄະນະສະເພາະກິດ 
(ມອບໃຫ້ ດຣ ລັດຕະນະໄຊ)

ໃຫ້ແຈ້ງຜູ້ທີ່ຕົນເອງໄດ້ສຳຜັດໃກ້ຊິດ ຫຼື ສະຖານທີ່ ທີ່ຕົນເອງໄດ້ໄປ ຫຼັງຈາກສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອແລ້ວນັ້ນໃຫ້ຕິດຕາມ ອາການຂອງຕົນເອງ

ຖ້າມີອາການ ໄຂ້, ໄອ, ເຈັບຄໍ, ຫາຍໃຈຝຶດ ແມ່ນໃຫ້ລາຍງານແພດ ຫຼື ໂຮງໝໍຢູ່ໃກ້ບ້ານທ່ານ ເພື່ອຂໍຄຳແນະນຳ ຫຼື ໂທຫາສາຍດ່ວນ 166 (ມອບໃຫ້ ດຣ ພອນປະດິດ)

Post Bottom Ad