ກຽມເປີດງານປະຣິວາດສະກັມ ຢູເມືອງເລົ່າງາມ ຄັ້ງທຳອິດຂອງແຂວງສາລະວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກຽມເປີດງານປະຣິວາດສະກັມ ຢູເມືອງເລົ່າງາມ ຄັ້ງທຳອິດຂອງແຂວງສາລະວັນ







ຂໍເຊີນທຸກທ່ານຮ່ວມສ້າງບຸນສ້າງກຸສົນ, ປະຕິບັດທຳໃນງານປະຣິວາດສະກັມ (ເຂົ້າກັມ) ນະສະຖານທີ່ປະຕິບັດທັມປ່າສະຫງວນດົງລິກດຸ້ງ ວັດໂພນທອງ ໄຊຍະຣາມ ບ້ານດະເຊັຍນ້ອຍ ເມືອງເລົ່າງາມ ແຂວງສາລະວັນ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 27 ມັງກອນ ຫາ ວັນທີ 5 ກຸມພາ 2020 ເປັນເວລາ 10 ວັນ, ເຊີ່ງເປັນສະຖານທີ່ແຫ່ງທຳອິດ ແລະ ຈະຈັດຂຶ້ນເປັນຄັ້ງທຳອິດຢູ່ແຂວງສາລະວັນ ຕິດພັນກັບງານຜ້າປ່າສາມັກຄີຂອງເມືອງເລົ່າງາມ ເພື່ອສົມທົບທຶນໃນການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງ ທີ່ກຳລັງກໍ່ສ້າງຍັງບໍ່ທັນສຳເລັດ ແລະ ຮ່ວມເປັນເຈົ້າພາບເຈົ້າສັດທາ ເຂົ້າປຽກ, ອາຫານເພນ, ນ້ຳປານະ ແລະ ວັດຖຸປັດໄຈ ໃນງານຄັ້ງນີ້.

ພຣະອາຈານ ເມດຕາ ປັນຍາວະໂຣ ເຈົ້າອະທິການວັດໂພນທອງ ໄຊຍະຣາມ ບ້ານດະເຊັຍນ້ອຍ ເມືອງເລົ່າງາມ ທັງເປັນເຈົ້າຄະນະເຂດ 2 ຮອງຫົວໜ້າກຳມາທິການເຜີຍແຜ່ສີລະທຳເມືອງ ໃຫ້ຮູ້ວ່າ : ປັດຈຸບັນນີ້ ກຳລັງສຸມໃສ່ການຫ້າງຫາກະກຽມສະຖານທີ່, ສີ່ງອຳນວຍຄວາມສະດວກ ເປັນຕົ້ນ: ລານທັມ ສະຖານທີ່ອົບຮົມສີລະທຳໃຫ້ແກ່ພຣະສົງ-ສາມະເນນ, ອຸບາສົກ, ອຸບາສິກາ, ຫ້ອງນຳ, ອ່າງນ້ຳ, ເຮືອນຄົວ, ສະຖານທີ່ພັກຜ່ອນ, ລະບົບໄຟຟ້າ-ນ້ຳປະປາ ແລະອື່ນໆ ເພື່ອຮອງຮັບໃຫ້ກັບພຣະສົງ-ສາມະເນນ ແລະ ອຸບາສົກ-ອຸບາສິກາ ໃນຂອບເຂດທົ່ວປະເທດ ຊື່ງບໍ່ໄດ້ຈຳກັດ ເປັນຕົ້ນແມ່ນທົ່ວແຂວງສາລະວັນ, ສຳລັບເຈົ້າອະທິການວັດທົ່ວເມືອງເລົ່າງາມ ແມ່ນຈະໄດ້ເຂົ້າຮ່ວມໝົດທຸກອົງ. ສຳລັບມື້ເລີ່ມງານ ແມ່ນມື້ຂຶ້ນ 3 ຄ່ຳ ເດືອນ 3 ພສ 2562 ກົງກັບວັນຈັນ ທີ 27 ມັງກອນ 2020 ເປັນມື້ຕັ້ງບຸນ, ເວລາ 13:00 ໂມງ ຈະໄດ້ເລີ່ມພິທີເປີດງານປະຣິວາດສະກັມ ແລະ ເວລາ 18:00 ໂມງ ເລີ່ມພິທີບວດຂາວ, ຮັບສີນ 8, ໄຫວ້ພຣະສູດມົນ, ຟັງທຳມະເທສະໜາ ແລະ ມື້ຂຶ້ນ 12 ຄ່ຳ ເດືອນ 3 ກົງກັບວັນພຸດ ທີ 5 ກຸມພາ 2020 ເປັນມື້ຕັກບາດ, ຖວາຍສັງຄະທານ ແລະ ຜ້າປ່າສາມັກຄີ ໃຫ້ແດ່ພຣະສົງ-ສາມະເນນ.

#ເຈົ້າອະທິການວັດໂພນທອງ ໄຊຍະຣາມ ໃຫ້ຮູ້ຕື່ມອີກວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສືບທອດຮີດຄອງປະເພນີ ກໍຄືການປະຕິບັດກິດຂອງສົງຕາມພຣະທັມຄຳສອນ ກໍຄືວິໄນຂອງສົງ, ທັງເປັນການປຸກລະດົມສົມທົບທຶນຮອນເຂົ້າໃສ່ການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົງ ຕອນຕົ້ນເມືອງເລົ່າງາມ ໃຫ້ສຳເລັດ ແລະ ຈະເລີນພອນ ມາຍັງອອກຕົນຍາດໂຍມ ຮ່ວມເປັນເຈົ້າພາບ-ເຈົ້າສັດທາເຂົ້າປຽກ, ອາຫານເພນ, ນ້ຳປານະ ແລະ ວັດຖຸ, ປັດໃຈ ສົມທົບໃນງານຄັ້ງນີ້ດ້ວຍກັນ ແລະ ຈະເລີນພອນອອກຕົນຍາດໂຍມ ຮ່ວມເປັນເຈົ້າພາບເຈົ້າສັດທາ ຕິດຕໍ່ໄດ້ 0305933484.

Post Bottom Ad