7 ວິທີງ່າຍໆ ທີ່ຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ມີຄວາມໜ້າສົນໃຈ ຫລື ມີສະເຫນ່ ຫຼາຍຂຶ້ນ... - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

7 ວິທີງ່າຍໆ ທີ່ຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ມີຄວາມໜ້າສົນໃຈ ຫລື ມີສະເຫນ່ ຫຼາຍຂຶ້ນ...




ການເຮັດໃຫ້ຄົນອື່ນສົນໃຈໃນຕົວເຮົາ ຫຼືຄວາມສາມາດທີ່ເຮົາມີມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍ່ບໍ່ແມ່ນເລື່ອທີ່ຢາກເກີນຄວາມສາມາດ ມື້ນີ້ເຮົາມີວິິທີດີໆມາແນະນໍາຄື...
1. ອອກສໍາຫຼວດສິ່ງຕ່າງໆ: ສໍາຫຼວດແນວຄິດ, ຄວາມຄິດເຫັນຂອງຜູ້ຄົນ ລວມເຖິງສະຖານທີ່ຕ່າງໆທີ່ຍັງບໍ່ເຄີຍໄປ ລອງສໍາຫຼວດວ່າທີ່ໜ້າເບື່ອພວກເຂົາມີຊີວິດປະຈໍາວັນແນວໃດ.
2. ພູມໃຈໃນຄວາມປະຫຼາດຂອງເຈົ້າ: ບໍ່ມີໃຜປົກກະຕິດອກ ທຸກຄົນມີວິໄສທັດ ແລະ ຄວາມເຂົ້າໃຈທີ່ບໍ່ຄືໃຜ, ຢ່າປິດບັງສິ່ງເຫຼົ່ານີ້ ເພາະມັນຄືສິ່ງທີ່ເຮັດໃຫ້ເຈົ້າເປັນຄົນໜ້າສົນໃຈ.
3. ລົດອີໂກ້ລົງ: ພວກເຮົາກໍາລັງເວົ້າເຖິງອີໂກ້ ຖ້າຄວາມອວດດີຂອງເຈົ້າມັກໃຫຍ່ກວ່າຄວາມສາມາດຂອງເຈົ້າ ເຈົ້າກໍ່ຄົງເປັນຄົນທີ່ໜ້າບໍ່ສົນໃຈ ແລະ ບໍ່ໜ້າຄົບຫາ.
4. ລອງສິ່ງໃໝ່: ລອງຫຼິ້ນກັບຄວາມຄິດໃໝ່ໆເບິ່ງ ເຮັດອີ່ຫຍັງແປກໆໃໝ່ໆທີ່ບໍ່ເຄີຍເຮັດ ຖ້າເຈົ້າບໍ່ອອກຈາກກອບທີ່ເຈົ້າຢູ່ ເຈົ້າກໍ່ຈະບໍ່ມີທາງພັດທະນາ.
5. ອອກນອກກອບ: ຖ້າສິ່ງທີ່ເຈົ້າຄິດວ່າຈະເຮັດແຕ່ມີຄົນເຮັດໄປແລ້ວ ສະແດງວ່າເຈົ້າຊ້າໄປແລ້ວ ບໍ່ຕ້ອງໄປເຮັດສິ່ງທີ່ຄົນອື່ນເຂົາເຮັດ, ຕ້ອງເຮັດໃນສິ່ງທີ່ແຕກຕ່າງ ແລະ ເປັນຂອງເຈົ້າເອງ.
6. ໃຫ້ຄວາມກ້າຫານ ກັບຄວາມຢ້ານເດີນທາງໄປພ້ອມກັນ: ຄວາມກ້ານຫານເປັນສິ່ງທີ່ຈໍາເປັນ ອາດຈະມີຄວາມຢ້ານວ່າຈະເຮັດບໍ່ໄດ້ ແຕ່ເຈົ້າຕ້ອງຫາຈຸດພໍດີໃຫ້ພົບ, ກ້າທີ່ຈະເຮັດສິ່ງຕ່າງໆ ຖ້າບໍ່ດັ່ງນັ້ນ ເຈົ້າກໍ່ຈະບໍ່ມີວັນພັດທະນາ ແລະ ເປັນທີ່ສົນໃຈ.
7. ຢ່າສົນໃຈຄົນທີ່ມັກຕິນັ້ນຕິນີ້: ເປັນຄົນທີ່ໜ້າເບື່ອນັ້ນງ່າຍ ແລະ ປອດໄພກວ່າ ອັນນ້ັນມັນກໍ່ແມ່ນ ເພາະເຈົ້າຈະບໍ່ມີທາງຖືກຕໍານິ ພວກເຂົາອາດຈະຢາກດ່າເຈົ້າ ເພາະເຈົ້າເປັນຄົນທີ່ໜ້າສົນໃຈ ເພາະພວກເຂົາບໍ່ມັກການທີ່ເຈົ້າເປັນທີ່ໜ້າສົນໃຈ.

Post Bottom Ad