ຈະສົ່ງອອກມັນຕົ້ນແຫ້ງ 1 ແສນໂຕນແມ່ນເປົ້າໝາຍໃນການດຶງເມັດເງິນ 17 ລ້ານໂດລາເຂົ້າປະເທດໃນປີນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈະສົ່ງອອກມັນຕົ້ນແຫ້ງ 1 ແສນໂຕນແມ່ນເປົ້າໝາຍໃນການດຶງເມັດເງິນ 17 ລ້ານໂດລາເຂົ້າປະເທດໃນປີນີ້





ຕັ້ງເປົ້າໝາຍໃນປີ 2020 ນີ້, ບໍລິສັດສາຍສະໄໝຂາ ອອກ- ຂາເຂົ້າ ຈຳກັດຜູ້ດຽວຈະສົ່ງ ອອກມັນຕົ້ນແຫ້ງໄປປະເທດ ສປ ຈີນຈຳນວນ 1 ແສນ ໂຕນ ໂດຍໃນປີ 2019 ທີ່ຜ່ານ ມາ ທາງບໍລິສັດໄດ້ສົ່ງອອກມັນ ຕົ້ນແຫ້ງຈຳນວນ 85 ພັນໂຕນ ໄປ ສປ ຈີນແລ້ວ(ໃນຈຳນວນ ນີ້ແມ່ນເກັບຊື້ຢູ່ແຂວງສາລະວັນ ຈຳນວນ 70 ພັນໂຕນ ແລະ ເກັບຊື້ຢູ່ແຂວງສະຫວັນນະ ເຂດຈຳນວນ 15 ພັນໂຕນ) ນີ້ ແມ່ນການລາຍງານຂອງທ່ານ ສີວິໄຊ ເກດແກ້ວສີວິໄລ ປະ ທານບໍລິສັດສາຍສະໄໝຂາ ອອກ-ຂາເຂົ້າ ຈຳກັດຜູ້ດຽວໄດ້ ລາຍງານໃຫ້ນັກຂ່າວແຂວງ ສະຫວັນນະເຂດ ຮູ້ກ່ຽວກັບ ການສົ່ງອອກມັນຕົ້ນຂອງບໍລິ ສັດຕົນໃນທ້າຍອາທິດທີ່ຜ່ານ ມາ.

 ສຳລັບງວດທຳອິດທີ່ທາງ ບໍລິສັດໄດ້ສົ່ງອອກມັນຕົ້ນ ແຫ້ງໄປ ສປ ຈີນ ໃນຕົ້ນປີ 2020 ແມ່ນໄດ້ສົ່ງອອກຈຳນວນ 300 ໂຕນ, ຜ່ານທາງຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາ ຫານ ເຊິ່ງໄດ້ຈັດໃຫ້ມີການເປີດ ການສົ່ງອອກໃນງວດທຳອິດ ໃນວັນທີ 3 ມັງກອນ 2020 ຢູ່ທີ່ລານຕາກມັນຕົ້ນບ້ານຫຼັກ 35 ເມືອງຈຳພອນ ແຂວງສະ ຫວັນນະເຂດ. ໃຫ້ກຽດເຂົ້າ ຮ່ວມໃນການສົ່ງອອກມັນຕົ້ນ ແຫ້ງຂອງບໍລິສັດສາຍສະໄໝ ຂາອອກ-ຂາເຂົ້າຈຳກັດໃນ ຄັ້ງນີ້ໂດຍມີທ່ານ ຄຳລຸຍ ຍາດ ຕິວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຈຳ ພອນ, 

ໃນໂອກາດນີ້, ທ່ານ ຄຳ ລຸຍ ຍາດຕິວົງ ໄດ້ກ່າວວ່າ: ການເກັບຊື້ມັນຕົ້ນຂອງບໍລິສັດ ສາຍສະໄໝ ແມ່ນໜຶ່ງໃນອົງ ປະກອບທີ່ສຳຄັນໃນການແກ້ ໄຂຊີວິດການເປັນຢູ່ຂອງປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມໃນໄລຍະຜ່ານມາ ບໍ່ວ່າຈະເປັນປະຊາຊົນພາຍ ໃນເມືອງຈຳພອນ ແລະເມືອງ ໃກ້ຄຽງ ເພາະວ່າການປູກມັນ ຕົ້ນແມ່ນສາມາດຂາຍໄດ້ຕະ ຫຼອດໄລຍະ 9 ເດືອນຂອງ 1 ປີ ແລະປະຊາຊົນກໍ່ປູກມັນຕົ້ນ ເປັນອາຊີບເສີມທີ່ສາມາດຂາຍ ຜົນຜະລິດຂອງຕົນເອງໂດຍບໍ່ ຈຳກັດຈຳນວນ ແລະຂາຍ ໄດ້ເງິນສົດເລີຍ ເຊິ່ງເປັນຈຸດດີ ໜຶ່ງທີ່ເຮັດໃຫ້ປະຊາຊົນມີກຳລັງໃຈໃນການປູກ ແລະເຫັນວ່າຂະ ບວນການປູກມັນຕົ້ນພາຍໃນ ເມືອງຈຳພອນກໍ່ມີເນື້ອທີ່ເພີ່ມ ຂຶ້ນເລື້ອຍໆ, ບາງຄອບຄົວທີ່ນຳມັນຕົ້ນມາຂາຍຈະມີລາຍໄດ້ສະເລ່ຍປະມານ 20-70 ລ້ານກີບຕໍ່ປີ. 

ປະຈຸບັນ, ທາງ ບໍລິສັດມີລານຕາກມັນຕົ້ນໃນ 4 ເມືອງຄື: ເມືອງຈຳພອນ, ໄຊພູທອງ, ໄຊບູລີ ແລະເມືອງ ສອງຄອນ ແລະໃນອະນາຄົດ ອັນໃກ້ນີ້ຈະສ້າງລານຕາກ ແລະບ່ອນເກັບຊື້ອີກ 1 ຈຸດ ເຊິ່ງ ຈະຕັ້ງຢູ່ລະຫວ່າງເຊໂນຫາດົງ ເຫັນ ພ້ອມນີ້ກໍ່ຍັງມີແຜນຈະຂະຫຍາຍການເກັບຊື້ຕື່ມອີກໃຫ້ເປັນ 9 ຕົວເມືອງຕື່ມອີກ. ປະຈຸບັນລາຄາມັນຕົ້ນແຫ້ງ ແມ່ນ 1.350 ກີບ/ກິໂລ, ເມື່ອປະ ຊາຊົນນໍາມັນຕົ້ນແຫ້ງມາເຖິງ ລານຕາກກໍ່ສາມາດຮັບເງິນ ໄດ້ທັນທີ, ບາງຊ່ວງມີລາຄາ ແພງບາງຊ່ວງລາຄາຖືກອີງ ໃສ່ລາຄາຢູ່ຕ່າງປະເທດ. ການສົ່ງອອກແຕ່ລະຄັ້ງແມ່ນໄດ້ໃຫ້ຊ່ຽວຊານຢູ່ປະເທດໄທມາກວດເບິ່ງຄຸນະພາບສິນຄ້າກ່ອນສົ່ງອອກທຸກຄັ້ງ.


ຕອນທ້າຍ, ທ່ານ ສີວິໄຊ ເກດແກ້ວສີວິໄລ ໄດ້ຮຽກຮ້ອງ ໃຫ້ພາກລັດຊ່ວຍໃນດ້ານການ ກູ້ຢືມເງິນເຂົ້າໃນການດຳເນີນ ທຸລະກິດໃນອັດຕາດອກເບ້ຍຕ່ຳ ເພາະວ່າໃນໄລຍະນີ້ທາງບໍລິສັດໄດ້ກູ້ຢືມເງິນຈາກທະນາຄອນພົງສະຫວັນມາດຳເນີນ ການເກັບຊື້ມັນຕົ້ນຈຳນວນໜຶ່ງ ( ປະມານ 900 ລ້ານກີບ) ດ້ວຍ ອັດຕາດອກເບ້ຍ 10% ຕໍ່ປີ ເຊິ່ງ ຖືວ່າເປັນອັດຕາດອກ ເບ້ຍທີ່ສູງ ເກີນໄປ, ຢາກໃຫ້ພາກລັດສະ ໜອງເງິນກູ້ອັດຕາດອກເບ້ຍ ຕ່ຳໃຫ້ ທັງນີ້ກໍ່ເພື່ອເຮັດໃຫ້ ທຸລະກິດ SME ຢູ່ປະເທດເຮົາ ໄດ້ມີທ່າຂະຫຍາຍຕົວ, ອີກດ້ານ ໜຶ່ງຢາກໃຫ້ພາກລັດຊ່ວຍໃນ ດ້ານການອຳນວຍຄວາມສະດວກໃນການສົ່ງສິນຄ້າຜ່ານ ແດນເປັນຕົ້ນແມ່ນດ່ານຂົວມິດ ຕະພາບສອງ ເພື່ອເຮັດໃຫ້ຂັ້ນຕອນການສົ່ງອອກມີຄວາມສະດວກສະບາຍຂຶ້ນ./.
ທີ່ມາ: ສະຫວັນພັດທະນາຂ່າວ.

Post Bottom Ad