ຈູດຮັງແຕນ ຢູ່ແຄມສວນອ້ອຍ ເຮັດໃຫ້ເກີດໄຟໄໝ້ສວນອ້ອຍ ແລະ ສວນຢາງພາລາເສຍຫາຍລວມ 85 ລ້ານກີບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈູດຮັງແຕນ ຢູ່ແຄມສວນອ້ອຍ ເຮັດໃຫ້ເກີດໄຟໄໝ້ສວນອ້ອຍ ແລະ ສວນຢາງພາລາເສຍຫາຍລວມ 85 ລ້ານກີບ




ເວລາ 13:30 ໂມງ ຂອງວັນທີ 25 ທັນວາ 2019, ເຈົ້າໜ້າທີ່ກອງຕຳຫຼວດຈາລະຈອນ -ມອດໄຟ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຮັບແຈ້ງວ່າເກີດເຫດ ໄຟໄໝ້ສວນອ້ອຍ ແລະ ສວນຢາງພາລາຂອງປະຊາຊົນເຂດບ້ານພະບາດນ້ອຍ ຈຶ່ງໄດ້ຈັດກຳລັງລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງ ແລະ ໄດ້ສົມທົບກັບປະຊາຊົນພາຍໃນບ້ານຊ່ວຍກັນດັບມອດໄຟ ເພື່ອບໍ່ໃຫ້ລຸກລາມໄປບ່ອນອື່ນ.


ສະຖານທີ່ເກີດເຫດແມ່ນຢູ່ຫ່າງຈາກຕົວເມືອງ ແລະ ໃຊ້ເວລາ 25 ນາທີ ຈຶ່ງໄປຮອດສະຖານທີ່ເກີດເຫດ ແລະ ສາມາດຄວບຄຸມໄຟໄວ້ໄດ້; ສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້ແມ່ນຍ້ອນ ທ້າວ ປ້ານ ຍອດ ອາຍຸ 65 ປີ ປະຊາຊົນຢູ່ບ້ານຈຽງຍືນ ເມືອງສິງ ໄດ້ຈູດຮັງແຕນ ຢູ່ແຄມສວນອ້ອຍ, ໃນເວລານັ້ນມີລົມພັດແຮງ ຈຶ່ງເຮັດໃຫ້ໄຟລຸກລາມໄໝ້ສວນອ້ອຍ ແລະ ສວນຢາງພາລາຂອງຄົນອື່ນທີ່ຢູ່ອ້ອມຂ້າງ. ຜົນເສຍຫາຍມີສວນອ້ອຍ 15 ເຈົ້າ ປະມານ 21 ເຮັກຕາ ແລະ ສວນຢາງພາລາ 2 ເຈົ້າ ປະມານ 500 ຕົ້ນ, ຄິດເປັນເງິນ 85.000. 000 ລ້ານກີບ.


ສະນັ້ນ, ຝາກເຖິງພໍ່-ແມ່ປະຊາຊົນ ເພື່ອເປັນອຸທຫອນໃຫ້ມີສະຕິໃນການໃຊ້ຟືໄຟຢູ່ພາຍໃນ ເຮືອນ ຫຼື ຈູດຂີ້ເຫຍື້ອຕາມຮົ້ວສວນ ເມື່ອເຮັດແລ້ວກໍຕ້ອງດັບມອດໃຫ້ລະອຽດ; ທັງນີ້ກໍເພື່ອຫຼີກລ່ຽງບໍ່ໃຫ້ມີເກີດອັກຄີໄພ ແລະ ເພື່ອຄວາມປອດໄພທາງດ້ານຊີວິດ, ຊັບສິນຂອງຕົນ ແລະ ຄົນອື່ນ.
ທີ່ມາ: ຂ່າວປກສ .

Post Bottom Ad