ໃຜເຄີຍກິນແຈ່ວນໍ້າຜັກແນ່ ?? ມາຮູ້ວິທີເຮັດນໍ້າຜັກເພື່ອເອົາໄວ້ຕຳແຈ່ວແຊບກິນເດີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໃຜເຄີຍກິນແຈ່ວນໍ້າຜັກແນ່ ?? ມາຮູ້ວິທີເຮັດນໍ້າຜັກເພື່ອເອົາໄວ້ຕຳແຈ່ວແຊບກິນເດີ້




ແຈ່ວນໍ້າຜັກເປັນອາຫານຊະນິດນຶ່ງທີ່ມີລົດຊາດແຊບ ແຈ່ວນໍ້າຜັກແມ່ນເອົາໄວ້ກິນກັບເຂົ້າ ກັບຊີ້ນປີ້ງ ແລະ ລວກຜັກກໍ່ແຊບ ເປັນອາຫານທີ່ຄົນລາວນິຍົມກິນ ແລະ ສາມາດນຳມາເຮັດຂາຍສົ່ງອອກໄດ້ນຳອີກ

ແຕ່ມື້ນີ້ ແອດມິນຈະມາບອກວິທີ່ເຮັດນໍ້າຜັກເອົາໄວ້ຕຳແຈ່ວນໍ້າຜັກແຊບໆເດີ້
ວິທີເຮັດບໍ່ຍາກແລະກໍ່ບໍ່ງ່າຍພຽງແຕ່ຕັ້ງໃຈ ເອົາໃຈໃສ່ໃນສິ່ງທີ່ເຮັດທຸກຢ່າງກໍ່ສາມາດເຮັດໄດ້

#ວິທີເຮັດນໍ້າຜັກ 
ເອົາຜັກກາດລາວສູງ ມາລ້າງແລ້ວມາຕາກໃຫ້ແຫ້ງ 
ນຳເອົານໍ້າຕົ້ມສຸກ ໃສ່ເກືອຫນ້ອຍນຶ່ງແລ້ວມາແຊ່ນໍ້າໄວ້ 3 ຄືນ 
ຫລັງຈາກນັ້ນ ເອົາມາປັ້ນເຫຍື້ອຜັກອອກ 
ເຫລືອໄວ້ແຕ່ນໍ້າແລ້ວເອົາມາຄ້າງໄຟ,ບໍ່ເຮັດໃຫ້ໄຟແຮງ 
ພ້ອມທັງຂ້ຽວໃຫ້ມັນຂຸ້ນ ແລະ ເກືອບຈະແຫ້ງ ແລ້ວນຳມາໃສ່ພາຊະນະປະໄວ້ 2 ຫາ 3 ມື້
ກໍ່ຈະໄດ້ນໍ້າຜັກທີ່ສາມາດນຳມາເຮັດແຈ່ວຕາມໃຈມັກໄດ້ແລ້ວ

ວິທີເຮັດແຈ່ວກໍ່ເຮັດຄ້າຍຄືກັບເຮັດແຈ່ວຫມາກເຜັດເລີຍ 
ແຕ່ຖ້າຈະໃຫ້ແຊບແມ່ນຕ້ອງໃສ່ຫອມບົວໃບຈີ່ໄຟແຫ້ມໆຕຳໃສ່ນຳແຮງແຊບ

Post Bottom Ad