ມາຮູ້ວິທີເຮັດເຂົ້າຕົ້ມຖົ່ວດຳແບບສະບັບພື້ນເມືອງຫລວງພະບາງແຊບໆມາຝາກເດີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ວິທີເຮັດເຂົ້າຕົ້ມຖົ່ວດຳແບບສະບັບພື້ນເມືອງຫລວງພະບາງແຊບໆມາຝາກເດີ້






ເຄື່ອງປະກອບ

- ເຂົ້າສານ 1 kg

- ເກືອ 1 ບ່ວງຕັກແກງ

- ກ້ວຍ​ນໍ້າວ້າ 1 ຫວີ

- ຖົ່ວດຳ 0,5kg

- ຕອງ10 ກ້າມ

- ໝາກພ້າວ​ກະຈ່າ 1 ໜ່ວຍ

- ນ້ຳຕານ 0,5 ກິ​ໂລກຼາມ

- ໄມ້ຕອກ 1 ມັດ

v ວິທີ​ປຸງ​ແຕ່ງ

 ຂັ້ນຕອນການກະກຽມ

​- ​ເອົາ​ເຂົ້າສານ​ລ້າງ​ໃຫ້​ສະອາດ ມ່າປະ​ໄວ້​ປະມານ 1 ຊົ່ວ​ໂມງ. ຈາກ​ນັ້ນ ​ເຊິ​ໃສ່​ຫວດ​ປະ​ໄວ້​ໃຫ້​ສະ​ເດັດ​ນໍ້າ.
- ເອົາ​ໜາກຖົ່ວດຳລ້າງໃຫ້ສະອາດແລ້ວແຊ່ນໍ້າປະໄວປະມານ 1 ຊົ່ວໂມງ ,ແລ້ວນຳມາຕົ້ມໃຫ້ສຸກ
- ກ້ວຍນໍ້າວ້າປອກເປືອກແລ້ວປາດເປັນຕ່ອນຕາມຄວາມຕ້ອງການໃສ່ຈານ ຫຼື່ ໃສ່ພາປະໄວ້
- ເຊັດຕອງໃຫ້ສະອາດ
- ຈັກຕອກແຊ່ນໍ້າປະໄວ້ປະມານ 5 ນາທີ



 ວິທີປຸງ​ແຕ່ງ

- ເອົາເຂົ້າ, ໜາກຖົ່ວດຳ, ເກືອ ມາຄົນໃຫ້ເຂົ້າກັນແລ້ວນໍາເອົາໃບຕອງທີ່ເຊັດມາຫໍ່​ເຊິ່ງ​ແຕ່​ລະ​ຫໍ່​ໃສ່​​ເຂົ້າ​ທີ່​ປະສົມ​ກັນປະມານ 1 ຂີດແລ້ວນຳເອົາໄມ້ຕອກມາມັດໃຫ້ແໜ້ນ ຫຼັງ​ຈາກ​ຫໍ່​ແລ້ວ​ໜົດ​ເຮົາ​ກໍ່​ເອົາ​ເຂົ້າຕົ້ມ​ທີ່​ຫໍ່​ແລ້ວ​ມີ​ມັດ​ໃສ່​ກັນ​ອີກ​ເທື່ອ​ໜື່ງມັດ​ໜື່ງປະມານ​ສາມ​ອັນ​ແລ້ວ​ເອົາ​ໃບຕອງ​ຫຸມ​ໄວ້​ແລ້ວ​ເອົາ​ຕອກ​ມັດ​ໃຫ້​ແໜ້ນເພື່ອບໍ່ໃຫ້ນໍ້າເຂົ້າ,ຫໍ່ສຳເລັດແລ້ວກໍ່ໍນຳເອົາເຂົ້າຕົ້ມໃສ່ໜໍ້ເພື່ອຕົ້ມໃຫ້ສຸກ ​ແລະນຳເອົາເຂົ້າຕົ້ມທີສຸກແລ້ວມາປາດເປັນຕອ່ນໃສ່ຈານຕາມຄວາມຕ້ອງການ ​ໃນ​ການ​ປາດເຂົ້າຕົ້ມ​ເຮົາ​ຈະ​ເອົາ​ໄມ້​ຕອກ​ທີ​ມັດ​ເຂົ້າຕົ້ມ​ນັ້ນ​ມາ​ຫັດ​ເຂົ້າຕົ້ມ​ເປັນ​ຕ່ອນ​ແລ້ວ​ມາ​ເກືອກ​ໃສ່​ກັບ​ໝາກພ້າວທີ່ຂູດໄວ້ໃສ່ນໍ້າຕານຕາມ​ຄວາມ​ມັກພ້ອມຮັບປະທານ.

Post Bottom Ad