ເມືອງສາລະວັນ ດໍາເນີນກອງປະຊຸມເປີດກວ້າງຄົບຄະນະ
ວັນທີ 3 ກໍລະກົດ 2019 ເມືອງສາລະວັນ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ໄດ້ ຄັ້ງທີ 12 ສະໄໝທີ VIII ຢູ່ສະໂມສອນແຂວງ. ໂດຍການເປັນປະທານຂອງ ທ່ານ ທຶງ ຈອມມະນີ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສາລະວັນ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ພະນັກງານບໍານານ, ພ້ອມດ້ວຍເລຂາໜ່ວຍພັກນາຍບ້ານທົ່ວເມືອງສາລະວັນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນການນຳພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ, ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ສະຫຼຸບການປະຕິບັດແຜນງົບປະມານແຫ່ງລັດ, ພ້ອມທັງໄດ້ຄົ້ນຄວ້າບັນດາຂໍ້ຄົງຄ້າງ ແລະ ທິດທາງການແກ້ໄຂໃນແຕ່ລະຂົງເຂດວຽກງານໃນຕໍ່ໜ້າ ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ຮ່າງບົົດຕີລາຄາການນຳພາຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019.
ໂດຍໄດ້ຕັ້ງໜ້າເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ວຽກງານຕ່າງໆ ລົງສູ່ຮາກຖານ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ທັງເປັນເຈົ້າການສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໄດ້ຮັບການແກ້ໄຂເທື່ອລະກ້າວ.
ທີ່ມາ: ໜັງສືພິມ“ສາລະວັນ“