ກະຊວງສຶກສາທິການ ແລະ ກີລາ ປະກາດແຕ່ງຕັ້ງ ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ ຢ່າງເປັນທາງການເມື່ອວັນທີ 3 ກໍລະກົດ 2019 ທີ່ຫ້ອງປະຊຸມ ຄະນະກໍາມະການ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກະຊວງສຶກສາທິການ ແລະ ກີລາ ປະກາດແຕ່ງຕັ້ງ ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ ຢ່າງເປັນທາງການເມື່ອວັນທີ 3 ກໍລະກົດ 2019 ທີ່ຫ້ອງປະຊຸມ ຄະນະກໍາມະການ



ກະຊວງສຶກສາທິການ ແລະ ກີລາ ປະກາດແຕ່ງຕັ້ງ ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ ຢ່າງເປັນທາງການເມື່ອວັນທີ 3 ກໍລະກົດ 2019 ທີ່ຫ້ອງປະຊຸມ ຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະຕີກະຊວງສຶກສາທິການ ແລະ ກີລາ.



ໃນພິທີດັ່ງກ່າວໄດ້ປະກາດສ້າງຕັ້ງ ຄະນະບໍລິການງານ ສະຫະພັນກີລາຄິກບອກຊິງແຫ່ງຊາດລາວ ດັ່ງນີ້:
-ຄະນະປະທານທີ່ປຶກສາກິຕິມະສັກປະກອບມີ: ທ່ານ ຄໍາຜອງ ພົນວົງສາ, MR. WON CHWIN KYE, MR. HON SHON CHAU ແລະ ທ່ານ ຊາຟາ ອາຣມາສຸດີ.
-ຄະນະບໍລິການງານສະຫະພັນປະກອບມີ: ທ່ານ ວັນນະເດດ ແກ້ວວຽງຄໍາ ເປັນປະທານ, ສ່ວນຮອງປະທານມີ 3 ທ່ານຄື ທ່ານ ສຸລີ ມິລະໄມ, ທ່ານ ທະນຸສອນ ແກ້ວວຽງຄໍາ ແລະ ທ່ານ ນາງ ມະນີຈິດ ໄຊຍະວົງ.
-ແຕ່ງຕັ້ງ ທ່ານ ສອນເພັດ ຈັນດານຸວົງ ເປັນເລຂາທິການ ແລະ ແຕ່ງຕັ້ງອີກ 10 ທ່ານເປັນຄະນະກໍາມະການ.



Post Bottom Ad