ນະຄອນຫຼວງວຽງຈັນ: ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ກ່າວເນັ້ນວ່າ: ການເກັບກໍາສະຖິຕິຂຶ້ນບັນຊີຄົວເຮືອນ ແລະ ຫົວໜ່ວຍພຶ້ນຖານເສດຖະກິດ ແມ່ນມີຄວາມສໍາຄັນຫຼາຍ ແລະ ຈໍາເປັນຕ້ອງໄດ້ເຮັດທຸກໆປີ.
ສະນັ້ນ, ຢາກໃຫ້ບັນດານັກສໍາຫຼວດ, ກວດກາຂັ້ນແຂວງ ຈົ່ງພ້ອມກັນຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ນໍາເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ຮຽນ ມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີຄຸນນະພາບ; ພ້ອມທັງ, ນໍາເອົາຄວາມຮູ້ເຫຼົ່ານັ້ນໄປຖ່າຍທອດໃຫ້ນັກສໍາຫຼວດ, ກວດກາ ຢູ່ຂັ້ນເມືອງ ເພື່ອເຮັດໃຫ້ການສໍາຫຼວດສະຖິຕິກະສິກໍາ ແລະ ເສດຖະກິດ ທົ່ວປະເທດຄັ້ງທີ III ອອກມາດີທີ່ສຸດ, ມີຄວາມຖືກຕ້ອງ, ຊັດເຈນ ແລະ ມີຄຸນນະພາບ.
ຄໍາກ່າວເນັ້ນຂອງ ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນໃນໂອກາດທີ່ ທ່ານ ເຂົ້າຮ່ວມເປັນປະທານ ພິທີເປີດຝຶກອົບຮົມຄູຝຶກ ແລະ ນັກກວດກາຂັ້ນແຂວງ ກ່ຽວກັບວຽກງານການຂຶ້ນບັນຊີຄົວເຮືອນ ແລະ ຫົວໜ່ວຍພື້ນຖານເສດຖະກິດ ເພື່ອຮັບໃຊ້ການສໍາຫຼວດສະຖິຕິກະສິກໍາ ທົ່ວປະເທດຄັ້ງທີ III ແລະ ການສໍາຫຼວດເສດຖະກິດ ທົ່ວປະເທດຄັ້ງທີ III ທີ່ຈັດຂຶ້ນໃນວັນທີ 17-21 ມິຖຸນາ 2019, ຢູ່ຫ້ອງປະຊຸມຊັ້ນ3 ພະແນກແຜນການ ແລະ ການລົງທຶນ ນວ, ໂດຍມີນັກສໍາມະນາກອນ ມາຈາກສູນສະຖິຕິ ນະຄອນຫຼວງວຽງຈັນ, ສູນສະຖິຕິປະຈໍາ 9 ເມືອງ, ຫ້ອງການແຜນການປະຈໍາ 9 ເມືອງ ແລະ ພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ ທັງໝົດຈໍານວນ 74 ທ່ານ, ຍິງ 36 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ບັນດາຄູຝຶກ ແລະ ນັກສໍາມະນາກອນ ແມ່ນຈະໄດ້ຮຽນຮູ້ບົດຮຽນສໍາຄັນຫຼາຍຢ່າງ ກ່ຽວກັບການເກັບກໍາສະຖິຕິຂຶ້ນບັນຊີຄົວເຮືອນ ແລະ ຫົວໜ່ວຍເສດຖະກິດພື້ນຖານ ເປັນຕົ້ນແມ່ນ: ຈຸດປະສົງ, ວິທີການ ແລະ ຂັ້ນຕອນໃນການຂຶ້ນບັນຊີ, ໜ້າທີ່, ພາລະບົດບາດຂອງນັກກວດກາ, ນັກເດີນສໍາຫຼວດ, ການຈົດກ່າຍຂໍ້ມູນແບບສອບຖາມບ້ານ F1, ການຈົດກ່າຍຂໍ້ມູນແບບສອບຖາມການຂຶ້ນບັນຊີ F2 ແລະ ອື່ນໆ.
ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ ນັກສໍາມະນາກອນ ຈະໄດ້ນໍາເອົາຄວາມຮູ້ດັ່ງກ່າວໄປຝຶກອົບຮົມໃຫ້ນັກສໍາຫຼວດກວດກາຂັ້ນເມືອງຕໍ່ ໃນວັນທີ 24-28 ມິຖຸນາ 2019.
ຂ່າວໂດຍ: ບ່າວເມືອງເໜືອ