ອຸດົມໄຊ: ການສອບເສັງຈົບຊັ້ນ ມ4 ແຂວງອຸດົມໄຊ ເອກະພາບທົ່ວປະເທດ ມື້ທຳອິດວິຊາພາສາລາວ-ວັນນະຄະດີ, ສຳລັບສູນສອບເສັງ ມສ ເມືອງປາກແບງ ເປັນກຽດຮ່ວມຕັດຫົວບົດໂດຍ ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ເນື່ອງໃນໂອກາດ ໄປຕິດຕາມຊຸກຍູ້ການສອບເສັງ.
ສຳລັບສູນສອບເສັງ ມສ ເມືອງປາກແບງ ມີ 4 ໂຮງຮຽນເຂົ້າຮ່ວມຄື: ມສ ປາກແບງ, ມຍ ໄຊຊະນະ, ມຕ ສຸກໄຊ ແລະ ມຕ ດອນແຈ້ງ ມີນັກສອບເສັງທັງໝົດ 197 ຄົນ, ຍິງ 106 ຄົນ ມີ 9 ຫ້ອງສອບເສັງ .
ການສອບເສັງ ຈົບຊັ້ນ ມ4 ປີນີ້ ແຂວງອຸດົມໄຊມີນັກຮຽນສອບເສັງທັງໝົດ 4.948 ຄົນ, ຍິງ 2.353 ຄົນ ແລະ ມີ 33 ສູນສອບເສັງ ປະກອບມີ: ສູນ ມສ ແຂວງ, ມສ ເມືອງໄຊ, ມສ ສົງ, ມຕ ບ້ານບໍ່, ມສ ຫ້ວຍຂຸມ, ມຕ ນາຮ້ວງ, ມສ ຫົວນໍ້າງາ, ມສ ນໍ້າແຫງ, ມສ ກໍນ້ອຍ, ມສ ຕາງກົກ, ມສ ເມືອງຫຼາ, ມສ ນາໝໍ້, ມຍ ພູເຄືອ, ມສ ນາສະຫວ່າງ, ມສ ດອນແອ່ນ, ມສ ລາດຫານ, ມຕ ນາຊານ, ມສ ເມືອງແບງ, ມຕ ນາໂຮມ, ມຕ ນ້ຳຂອງ, ມຕ ນາງົວ, ມສ ນາແມດ, ມສ ເມືອງຮຸນ, ມຕ ວັງລຳ, ມສ ນາຊຽງດີ, ມຕ ຈັນໄຕ, ມຕ ພູແຊ, ມຍ ຜາຄຳ, ມສ ດອນເມືອງ, ມສ ປາກແບງ, ມຍ ມົກກະ ແລະ ມຍ ແຕງວາງ.
ມ4 ແມ່ນຈະໄດ້ສອບເສັງໃນຄັ້ງວັນທີ 18-20 ມີຖຸນາ 2019 ຄື: ວັນທີ 18 ຕອນເຊົ້າ ເວລາ. 9:00 – 11:00. ສອບເສັງ ວິຊາພາສາລາວ-ວັນນະຄະດີ; ຕອນບ່າຍເວລາ 14:00 – 15:30. ສອບເສັງວິຊາສຶກສາພົນລະເມືອງ; ວັນທີ 19 ຕອນເຊົ້າ ເວລາ 9:00 – 10:30. ສອບເສັງວິຊາ ວິທະຍາສາດທໍາມະຊາດ; ຕອນບ່າຍ ເວລາ 14:00 -15:30. ສອບເສັງວິຊາ ວິທະຍາສາດສັງຄົມ; ວັນທີ 20 ຕອນເຊົ້າ ເວລາ 9:00 – 11:00. ສອບເສັງວິຊາ ຄະນິດສາດ; ຕອນບ່າຍ ເວລາ 14:00 – 15:30 ສອບເສັງວິຊາ ພາສາອັງກິດ.
ໃນໂອກາດນີ້, ທ່ານ ສົມດີ ສີລາທອດ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງເຖິງ ອະນຸກຳມະການໃນການສອບເສັງ ໃຫ້ເຮັດໜ້າທີ່ຂອງຕົນຢ່າງເຂັ້ມງວດ; ນ້ອງໆ ນັກຮຽນ ຈົ່ງພາກັນປະຕິບັດກົດລະບຽບ ແລະ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເພື່ອຮັບປະກັນໃນການສອບເສັງຂອງຕົນ ໃຫ້ໄດ້ຄະແນນດີ ແລະ ສອບເສັງໄດ້ 100 %.