ປກສ ເມືອງສິງ ແລກປ່ຽນບົດຮຽນກັບ ປກສ ເຂດ ເມືອງມາງ ປສ ຈີນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປກສ ເມືອງສິງ ແລກປ່ຽນບົດຮຽນກັບ ປກສ ເຂດ ເມືອງມາງ ປສ ຈີນ


ໃນວັນທີ 30 ພຶດສະພາ 2019 ຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ນໍາໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນວຽກງານທີ່ພົວພັນເຖິງ ຄວາມບໍ່ສະຫງົບຕາມຊາຍແດນ ຢູ່ເມືອງມາງ ສປ ຈີນ ໂດຍການຕ້ອນຮັບຂອງ ພັທ ເຊົາກາງ ຫົວໜ້າ ປກສ ເຂດ ເມືອງມາງ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບໂດຍຫຍໍ້ ແລະ ແລກປ່ຽນບົດຮຽນວຽກງານດ້ານຕ່າງໆ ເປັນຕົ້ນແມ່ນ ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນ, ບັນຫາຢາເສບຕິດ, ການຄ້າມະນຸດ, ກຸ່ມຄົນກໍ່ການຮ້າຍ ແລະ ຄ້າຂາຍເຖື່ອນ, ຂໍ້ມູນຂ່າວສານຕ່າງໆ ແລະ ບັນຫາປະຊາຊົນເຂົ້າ-ອອກ ແບບບໍ່ຖືກຕ້ອງຕາມຊາຍແດນ ລາວ-ຈີນ ເຫຼົ່ານີ້ເປັນຕົ້ນ.

ນອກນັ້ນ, ທັງສອງຝ່າຍຍັງໄດ້ຄົ້ນຄວ້າປຶກສາຫາລື ໂດຍຈະສືບຕໍ່ຮ່ວມມືກັນເອົາໃຈໃສ່ຕ້ານກຸ່ມຄົນບໍ່ດີ, ຈັດກອງປະຊຸມຖອດຖອນບົດຮຽນຮ່ວມກັນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາຄວາມສະຫງົບ.
ທັງນີ້, ກໍເພື່ອເປັນຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານວຽກງານວິຊາສະເພາະ, ອຸປະກອນຮັບໃຊ້ຫ້ອງການ ແລະອື່ນໆ.

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ





Post Bottom Ad