ປະກາດນໍາໃຊ້ຫຼັກສູດຊັ້ນປະຖົມສຶກ ສາ ຂັ້ນ ປ 1 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດນໍາໃຊ້ຫຼັກສູດຊັ້ນປະຖົມສຶກ ສາ ຂັ້ນ ປ 1




ນະຄອນຫຼວງວຽງຈັນ: ໃນວັນທີ 5 ມິຖຸນາ 2019, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດນໍາໃຊ້ຫຼັກສູດຊັ້ນປະຖົມສຶກ ສາ ສະບັບປັບປຸງໃໝ່ທີ່ໂຮງຮຽນປະຖົມສົມບູນທົ່ງກາງ ເມືອງສີສັດຕະນາກ, ຫຼັກສູດນີ້ ຈະເລີ່ມນໍາໃຊ້ໃນເດືອນກັນຍາ 2019 ນີ້, ມີທ່ານ ຮຈ ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າພະແນກສຶກສາທິການ ແລະ ກິລາ 18 ແຂວງ, ວິທະ ຍາໄລຄູ 8 ແຫ່ງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນຊັ້ນປະຖົມເຂົ້າ ຮ່ວມ.




ທ່ານ ຮຈ ປອ ກອງສີ ແສງມະນີ ກ່າວວ່າ: ຫຼັກສູດສະບັບປັບປຸງໃໝ່ນີ້ແມ່ນບາດກ້າວທຳອິດທີ່ສຳຄັນໃນການປັບປຸງຜົນການຮຽນຂອງເດັກນ້ອຍລາວ

ໂດຍສະເພາະເດັກນ້ອຍທີ່ດ້ອຍໂອກາດ, ເດັກພິການ ແລະ ເດັກຊົນ ເຜົ່າ, ໃຫ້ມີການສິດສອນທີ່ດີ ແລະ ມີຄຸນນະພາບ, ມີຄວາມເອົາໃຈໃສ່ຈາກທຸກພາກສ່ວນ ແລະ ທຸກຊັ້ນໃນທົ່ວປະເທດ.



ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນຈະໄດ້ຈັດຕັ້ງປະຕິບັດເທື່ອລະຂັ້ນຮຽນ, ເຊິ່ງເລີ່ມຈາກຫຼັກສູດຂັ້ນ ປ 1 ໃນ ເດືອນ ກັນຍາ 2019, ໂດຍສຸມໃສ່ການຮຽນທີ່ເນັ້ນການປະຕິບັດຕົວຈິງ ແລະ ເອົານັກຮຽນເປັນໃຈກາງ ນັກຮຽນຈະໄດ້ຮຽນໂດຍການເຮັດກິດຈະກຳຕ່າງໆ ແລະ ນຳໃຊ້ຄວາມຮູ້ໃໝ່ໃນຫ້ອງຮຽນຮ່ວມ. ພ້ອມນັ້ນ, ຍັງມີວິທີການຮຽນການສອນແບບໃໝ່ອີກ ເປັນຕົ້ນການຮຽນ-ການສອນວິຊາພາສາລາວທີ່ຈະຊ່ວຍເດັກ ນ້ອຍຮຽນອ່ານ ແລະ ຮຽນຂຽນໄດ້ງ່າຍຂຶ້ນ.



ໃນເດືອນກັນຍານີ້, ໂຮງຮຽນປະຖົມທຸກໆແຫ່ງຈະໄດ້ຮັບອຸປະກອນການຮຽນການສອນໃໝ່ມີນັກຮຽນປະຖົມຈຳນວນຫຼາຍກວ່າ 800.000 ຄົນ ຈະໄດ້ຮັບປຶ້ມແບບຮຽນໃໝ່ ແລະ ຄູ ປ 1, ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດ ຈຳນວນ 16.600 ຄົນ ຈະໄດ້ຮັບການຝຶກອົບຮົມກ່ຽວກັບວິທີສິດສອນໃໝ່.



ສໍາລັບຂັ້ນ ປ 1 ເຊິ່ງມີປຶ້ມແບບຮຽນ 4 ວິຊາທີ່ມີສີສັນ ແລະ ຮູບພາບປະກອບ, ຄູ່ມືຄູ 7 ວິຊາທີ່ມີລາຍລະອຽດກ່ຽວກັບການສອນບົດຮຽນ, ຄຳແນະນຳໃນການນຳໃຊ້ຄວາມຮູ້ໃນທ້ອງຖິ່ນ, ການສອນຫ້ອງຄວບ ແລະ ການສອນນັກຮຽນທີ່ບໍ່ເວົ້າພາສາລາວ, ປຶ້ມນິທານທີ່ເໝາະສົມການເກນອາຍຸ ເພື່ອຊ່ວຍການຮຽນ-ການສອນພາສາລາວ, ຊຸດປຶ້ມ ອ່ານເສີມທີ່ເໝາະສົມຕາມຂັ້ນຮຽນ ເພື່ອຊ່ວຍພັດທະນາການຮູ້ໜັງສື ແລະ ສື່ການຂຽນການສອນເພີ່ມເຕີມ ອື່ນໆ ເຊັ່ນ: ບັດຄຳສັບ, ໂປສະເຕີ ແລະ ແວ່ນຂະຫຍາຍ ແລະ ນັກຮຽນຂັ້ນ ປ 1 ທຸກຄົນຈະໄດ້ຮັບຊຸດປຶ້ມແບບຮຽນ 1 ຊຸດຕໍ່ຄົນ ແລະ ສື່ການຮຽນການສອນສຳລັບຄູ 1 ຊຸດ.

 

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ






Post Bottom Ad