ສະມາຊິກສະພາແຫ່ງຊາດລະບຸວ່າ ແຂວງຊຽງຂວາງຍັງບໍ່ມີພື້ນຖານໂຄງລ່າງ ເພື່ອຮອງຮັບ ການທ່ອງທ່ຽວ ພາຍຫລັງທີ່ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກແລ້ວນັ້ນ.
ທ່ານວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດລາວ ຈາຈາກແຂວງຊຽງຂວາງ ໃຫ້ການຢືນຢັນໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 5-25 ມິຖຸນາ 2019 ນີ້ວ່າ ແຂວງຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງເພື່ອຮອງຮັບການທ່ອງທ່ຽວ ທີ່ຄາດໝາຍວ່າ ຈະມີການຂະຫຍາຍຕົວເພີ້ມຂຶ້ນ ພາຍຫລັງທີ່ອົງການ UNESCO ປະກາດຮັບຮອງໃຫ້ທົ່ງໄຫຫີນໃນແຂວງຊຽງຂວາງ ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການໃນໄວໆນີ້ ໂດຍສະເພາະແມ່ນສະໜາມບິນບໍ່ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້. ສ່ວນຖະໜົນຫົນທາງໄປຫາແຫລ່ງທ່ອງທ່ຽວຕ່າງໆ ກໍຍັງບໍ່ໄດ້ມາດຕະຖານ ແລະ ໂຮງແຮມ-ບ້ານພັກ-ຮ້ານອາຫານ-ສະຖານບໍລິການຕ່າງໝ ຍັງບໍ່ພຽງພໍ ເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດ ເດີນທາງມາແຂວງຊຽງຂວາງ ພຽງ 8 ໝື່ນກວ່າຄົນເທົ່ານັ້ນ ໃນແຕ່ລະປີ ຈຶ່ງນັບວ່າເປັນບັນຫາທີ່ລັດຖະບານລາວ ຈະຕ້ອງເລັ່ງພັດທະນາ ໃຫ້ໄດ້ຢ່າງເປັນຮູບປະທຳ ດັ່ງທີ່ທ່ານວິໄລສຸກໄດ້ຢືນຢັນວ່າ:
“ໃນເມື່ອເຮົາໄດ້ຮັບແຫລ່ງທ່ອງທ່ຽວ ມໍລະດົກໂລກແຫ່ງທີ 3 ເກີດຂຶ້ນແລ້ວ ລັດຖະບານເຮົາມີຄວາມພ້ອມແນວໃດ ໃນການກະກຽມ ເພື່ອເຮັດຈັ່ງໃດ ເສີມຂະຫຍາຍແຫລ່ງລາຍຮັບໂຕນີ້ ຍົກຕົວຢ່າງຄືຊຽງຂວາງເຮົາ ສະໜາມບິນ ຍັງແມ່ນສະໜາມບິນພາຍໃນ ຍົນໃຫຍ່ບໍ່ສາມາດລົງໄດ້.
ອັນນີ້ ເຮັດໃຫ້ນັກທ່ອງທ່ຽວຈະເຂົ້າເຖິງກໍມີບັນຫາ ພື້ນຖານໂຄງຫລ່າງ ເຊັ່ນວ່າ ໂຮງແຮມ ແລະແຫລ່ງທ່ອງທ່ຽວອື່ນໆ ຊຶ່ງເຮົາຈະມີແຫລ່ງທ່ອງທ່ຽວອັນໃດຕິດພັນຕື່ມ ເພື່ອເປັນການກະຕຸຊຸກຍູ້.
ສ່ວນທ່ານທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ ກອງປະຊຸມຄະນະກຳມະການຂອງອົງການ UNESCO ໄດ້ມີມະຕິຕົກລົງ ເພື່ອຮັບຮອງທົ່ງໄຫຫີນເປັນມໍລະດົກໂລກ ແຫ່ງທີ 3 ໃນລາວ ເມື່ອບໍ່ນານມານີ້ໂດຍກຳນົດທີ່ຈະປະກາດຮັບຮອງທົ່ງໄຫຫີນແລະມອບໜັງສືຮັບຮອງໃຫ້ກັບຄະນະຜູ້ຕາງໜ້າຂອງລັດຖະບານລາວ ຢ່າງເປັນທາງການໃນໂອກາດກອງປະຊຸມໃຫຍ່ຂອງຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຂອງອົງການ UNESCO ຊຶ່ງກຳນົດຈະມີຂຶ້ນ ໃນລະຫວ່າງ ວັນທີ 30 ມິຖຸນາ - 10 ກໍລະກົດ 2019 ຢູ່ທີ່ນະຄອນ Baku ເມືອງຫຼວງຂອງສາທາລະນະລັດອາເຈີບາຍຈານ.
ທັງນີ້ ຄະນະຊ່ຽວຊານຂອງອົງການ UNESCO ໄດ້ເດີນທາງມາເກັບຂໍ້ມູນແລະກວດກາຄວາມພ້ອມ ໃນດ້ານຕ່າງໆຂອງທົ່ງໄຫຫີນໄດ້ຕາມເງື່ອນໄຂທີ່ອົງການ UNESCO ກຳນົດໃນທຸກດ້ານ ແລະເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫີນ ດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດນີ້ ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ມີໄຫຫີນທີ່ໄດ້ຂຶ້ນທະບຽນໄວ້ທັງໝົດ 999 ໜ່ວຍ.
ສ່ວນທ່ານນາງນວນສີ ສິດທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວແຂວງຊຽງຂວາງ ຖະແຫຼງຢືນຢັນວ່າ ທາງການແຂວງຊຽງຂວາງຈະຈັດງານສະເຫຼີມສະຫຼອງທົ່ງໄຫຫີນຢ່າງຍິ່ງໃຫຍ່ ເມື່ອອົງການ UNESCO ໄດ້ມີມະຕິຮັບຮອງທົ່ງໄຫຫີນ ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວນັ້ນ ດັ່ງທີ່ ທ່ານນາງນວນສີ ໄດ້ໃຫ້ການຢືນຢັນວ່າ "ຄວາມເຊື່ອໝັ້ນກ່ຽວກັບການຮັບຮອງນີ້ ພວກເຮົາກະແມ່ນຫຼາຍສົມຄວນ ເມື່ອໃດເພິ່ນຕອບມາວ່າຮັບຮອງ ແຂວງພວກເຮົາ ກໍຈະກະກຽມວ່າ ຈະເຮັດຊ່ຳໃດ ສະຫຼອງແນວໃດປັບປຸງດ້ານບຸກຄະລາກອນ ຂອງໜ່ວຍງານມໍລະດົກຂັ້ນບ້ານ ຂັ້ນເມືອງ ເພື່ອວ່າ ກຽມພ້ອມຕົວນີ້ ປັບປຸງສະຖານທີ່ການປົກປັກຮັກສາອະນາໄມຕ່າງໆ ນັ້ນ ພວກເຮົາໄດ້ກຽມໄວ້ໝົດແລ້ວ."
ປັດຈຸບັນ ລາວມີມໍລະດົກໂລກ 2 ແຫ່ງ ກໍຄື ເມືອງຫຼວງພະບາງຊຶ່ງເປັນມໍລະດົກໂລກທາງວັດທະນະທຳ ແລະຜາສາດວັດພູແຂວງຈຳປາສັກ ເປັນມໍລະດົກໂລກດ້ານປະຫວັດສາດ. ສ່ວນທົ່ງໄຫຫີນ ກໍຈະຈັດເປັນມໍລະດົກໂລກ ທາງປະຫວັດສາດ ແລະເປັນມໍລະດົກໂລກແຫ່ງທີ 3 ໃນລາວ. ສ່ວນສຽງແຄນລາວນັ້ນ ກໍຖືກຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບຕ້ອງບໍ່ໄດ້ ດ້ານສຽງເພງຂອງມະນຸດຊາດແລະມອບໃບປະກາດໃຫ້ທາງການລາວ ເມື່ອເດືອນມີນາ 2018 ທີ່ນະຄອນປາຣີ ສ່ວນລຳວົງລາວແລະລາຍນາກຂອງສິ້ນໄໝລາວນັ້ນ ທາງການລາວ ກໍໄດ້ສະເໜີຕໍ່ອົງການ UNESCO ເພື່ອຮັບຮອງໃຫ້ເປັນມໍລະດົກໂລກ ໃນດ້ານວັດທະນະທຳຂອງມະນຸດຊາດດ້ວຍເຊັ່ນກັນ.