ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ເຄື່ອນໄຫວຢ້ຽມຢາມ ແລະໂອລົມການນໍາ ເມືອງສະໜາມໄຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ເຄື່ອນໄຫວຢ້ຽມຢາມ ແລະໂອລົມການນໍາ ເມືອງສະໜາມໄຊ



ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ເຄື່ອນໄຫວຢ້ຽມຢາມ ແລະໂອລົມການນໍາ ເມືອງສະໜາມໄຊ




ອັດຕະປື: ໃນວັນທີ 18 ມິຖຸນາ 2019 ນີ້ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ໄດ້ເຄື່ອນໄຫວຢ້ຽມຢາມ ພ້ອມໂອ້ລົມການນໍາ ຂອງເມືອງສະໜາມໄຊ ແຂວງອັດຕະປື .

ໂອກາດດັ່ງກ່າວທ່ານນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງສະໜາມໄຊ ກໍ່ໄດ້ລາຍຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະພັກ-ອໍານາດການປົກຄອງເມືອງສະໜາມໄຊ ໂດຍສະເພາະດ້ານວຽກງານການກະກຽມສ້າງຂະບວນການດໍາເນີນເນີນກອງປະຊຸມໃຫຍ່ 2 ຂັ້ນ ແລະວຽກງານການແກ້ໄຂໄພພິບັດ ,ເຊິ່ງມາຮອດປະຈຸບັນການສ້າງຂະບວນການໃນດ້ານຕ່າງເປັນຜົນງານໃຫ້ແກ່ການກະກຽມກອງປະຊຸມ 2 ຂັ້ນພາຍໃນເມືອງແມ່ນມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ໄດ້ປະກາດບ້ານພັດທະນາແລ້ວມີ 21 ບ້ານ,ໄດ້ປະກາດເປັນເມືອງຈົບຊັ້ນປະຖົມບໍາລຸງ,ໄດ້ປະກາດເປັນເມືອງ 3 ດີ,ເມືອງ 4 ບຸກ ແລະເມືອງ 2 ດີ 5 ເປັນເຈົ້າ,




ນອກຈາກນີ້ເມືອງສະໜາມໄຊ ຍັງສໍາເລັດການດໍາເນີນກອງປະຊຸມໃຫຍ່ຂັ້ນໜ່ວຍພັກສໍາເລັດແລ້ວ 62 ໜ່ວຍພັກ,ຍັງກໍາລັງສືບຕໍ່ດໍາເນີນ 10 ໜ່ວຍພັກ,ສໍາລັບອົງການຈັດຕັ້ງມະຫາຊົນ ແລະແນວລາວສ້າງຊາດແມ່ນມີ 2 ອົງການສາມາດດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນໄດ້ຄື: ສະຫະພັນກໍາມະບານ ແລະສະຫະພັນນັກຮົບເກົ່າ.ດ້ານວຽກງານການແກ້ໄຂໄພພິບັດຂອງຜູ້ປະສົບໄພພິບັດ ທາງຄະນະພັກອໍານາດການປົກຄອງຂອງເມືອງແມ່ນໄດ້ເອົາໃຈໃສ່ການຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ປະສົບໄພພິບັດ,ໂດຍການສະໜອງເຄື່ອງນຸ່ງຮົ່ມ,ເຄື່ອງໃຊ້ຄົວເຮືອນ,ເຄື່ອງມືອຸປະກອນການຜະລິດ ແລະເຄື່ອງອຸປະໂພກ-ບໍລິໂພກ,ພ້ອມທັງໄດ້ຈັດສັນທີ່ຢູ່ອາໃສປະຈຸບັນແມ່ນສໍາເລັດການສ້າງທີ່ພັກຊົ່ວຄາວ ແລະປະຊາຊົນໄດ້ເຂົ້າພັກອາໃສເປັນທີ່ຮຽບຮ້ອຍແລ້ວ,ຈາກນັ້ນກໍ່ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງຂົວທາງ,ໂຮງຮຽນ,ໂຮງໝໍ,ສຸກສາລາ ແລະພວມກໍາລັງເລັ່ງມືການບຸກເບີກເນື້ອທີ່ທໍາການຜະລິດໃຫ້ປະຊາຊົນ ເຊິ່ງສໍາເລັດການບຸກເບີກໄປແລ້ວເປັນສ່ວນໃຫຍ່ .



ໂອກາດດັ່ງກ່າວທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ກໍ່ໄດ້ໂອລົມໃຫ້ທິດຊີ້ນໍາຕໍ່ຄະນະພັກອໍານາດການປົກຄອງເມືອງສະໜາມໄຊ ເຊິ່ງທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບທັງຕາມບໍລິເວນຊາຍແດນ ແລະຄວາມສະຫງົບພາຍໃນເມືອງ,ຕິດພັນກັບການພັດທະນາດ້ານເສດຖະກິດ-ສັງຄົມຂອງເມືອງໃຫ້ໄປຕາມແຜນການທີ່ວາງໄວ້, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໂດຍການຈັດສັນອາຊີບທີ່ສ້າງລາຍຮັບເຂົ້າຄອບຄົວ,ເອົາໃຈໃສ່ເບິ່ງແຍງສຸກຂະພາບຂອງປະຊາຊົນຜູ້ປະສົບໄພພິບັດໃຫ້ມີສຸກຂະພາບທີ່ດີ,ພ້ອມທັງໃຫ້ໄດ້ຮັບການສຶກສາທີ່ທຽບເທົ່າກັບສັງຄົມທົ່ວໄປ,ພ້ອມດຽວກັນທ່ານຮອງນາຍົກຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ການສ້າງຂະບວນການດ້ານຕ່າງໆເປັນເປັນຜົນງານກໍ່ຄືຂວນການຮັບຕ້ອນກອງປະຊຸມໃຫຍ່ 2 ຂັ້ນຂອງເມືອງໃຫ້ເປັນຈະບວນກວ້າງຂວາງ.



ໂອກາດດັ່ງກ່າວທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ແລະຢ້ຽມຢາມເນື້ອທີ່ທໍາການຜະລິດຂອງຜູ້ປະສົບໄພພິບັດ ພ້ອມມອບເຄື່ອງກອງນໍ້າມູນຄ່າ 300 ກວ່າລ້ານກີບ,ເພື່ອນໍາໄປຕິດຕັ້ງໃນແຕ່ລະສູນພັກຊົວຄາວ ເພື່ອໃຫ້ຜູ້ປະສົບໄພພິບັດໄດ້ມີນໍ້ໃຊ້ ນໍ້າກິນທີ່ສະອາດ ປອດໄພ .

ຂ່າວ: ມະນີວອນ



Post Bottom Ad