ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ຕາງໜ້າໂດຍສະຖານທູດອັງກິດ ໄດ້ຮ່ວມມືດ້ານການສຶກສາ ໂດຍສະເພາະແມ່ນການໃຫ້ທຶນສະໜັບສະໜູນຍົກລະດັບການຮຽນການສອນ ເພື່ອປັບປຸງຄຸນນະພາບການສຶກສາຂອງລາວໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.
ໃນວັນທີ 18 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື 2 ຝ່າຍ, ໂດຍໃຫ້ກຽດຮ່ວມລົງນາມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮິວ ອີເວັນ ເອກອັກຄະຣາຊະທູດອັງກິດ ປະຈຳ ສປປ ລາວ, ມີທ່ານ ນາງ ບຸບຜາ ເຄນວົງດາລາ ຮອງຫົວໜ້າຫ້ອງວ່າການສຳນັກງານາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ພະແນກ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຮ່ວມມືໃນຄັ້ງນີ້, ແມ່ນເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ເພື່ອຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກຳໂຄງການຮ່ວມກັນ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທັງນີ້,ຍັງເພື່ອເປັນການຮັບຮູ້ເຖິງການປະກອບສ່ວນ ແລະ ຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສະຫະຣາຊະອານາຈັກອັງກິດ.
ໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວໃຫ້ຮູ້ກ່ຽວກັບການເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາຄັ້ງນີ້, ເປັນຂີດໝາຍອັນສຳຄັນຍິ່ງໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ, ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໂດຍສະເພາະແມ່ນເປັນການສ້າງທ່າແຮງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ທັງ 2 ປະເທດໄດ້ຮ່ວມມືກັນຢ່າງໃກ້ຊິດຕິດແທດກັນຫຼາຍຂຶ້ນ ໃນການປັບປຸງຄຸນນະພາບການສຶກສາຂອງ ສປປ ລາວ ໃຫ້ທຽມເທ່ົາກັບພາກພື້ນ ແລະ ສາກົນ ເປັນກ້າວໆ, ໂດຍປະຕິບັດກິດຈະກຳອັນສຳຄັນຮ່ວມກັນ ເປັນຕົ້ນແມ່ນການແລກປ່ຽນທາງດ້ານວິຊາການລະຫວ່າງອົງກອນ, ລະຫວ່າງສະຖາບັນການສຶກສາ, ລະຫວ່າງບຸກຄົນດ້ວຍກັນ. ນອກຈາກນີ້, ກໍຍັງມີການໃຫ້ທຶນການສຶກສາ, ການຈັດກອງປະຊຸມສຳມະນາວິຊາການໃນຫົວຂໍ້ຕ່າງໆ.
ນັບແຕ່ປີ 2013 ເປັນຕົ້ນມາ ລັດຖະບານແຫ່ງສະຫະຣາຊະອານາຈັກອັງກິດ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານ ໂດຍສະເພາະແມ່ນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນສະໜອງທຶນການສຶກສາ, ອຸປະກອນການຮຽນການສອນພາສາອັງກິດໃນຊັ້ນປະຖົມສຶກສາ, ຝຶກອົບຮົມການນຳໃຊ້ສື່ການຮຽນການສອນ, ຍົກລະດັບຄູສອນພາສາອັງກິດຊັ້ນປະຖົມສຶກສາ. ນອກຈາກນັ້ນ, ຍັງໄດ້ໃຫ້ທຶນການສະໜັບສະໜູນກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອ ການພັດທະນາຊັບພະຍາກອນມະນຸດ, ສ້າງຕັ້ງຄະນະວິຊາການ ເພື່ອພັດທະນາຍຸດທະສາດການຝຶກອົບຮົມພາສາອັງກິດ ສຳລັບພະນັກງານ-ລັດຖະກອນ, ສະໜັບສະໜູນປະເມີນວຽກງານຄຸ້ມຄອງບໍລິຫານ ແລະ ສ້າງຫຼັກສູດການຮຽນພາສາອັງກິດອອນລາຍແບບບໍ່ເສຍຄ່າ, ຊຶ່ງລວມມູນຄ່າການຊ່ວຍເຫຼືອລ້າ ແຕ່ປີ 2013 ເຖິງ ປີ 2019 ມີທັງໝົດ 1.799.983 ຟາວອັງກິດ ຫຼື ປະມານເກືອບ 20 ຕື້ກີບ (2.289.091 ໂດລາສະຫະລັດ).