7 ວິທີປ້ອງກັນບໍ່ໃຫ້ຍຸງກັດ
1.ພະຍາຍາມບໍ່ໃຫ້ຢູ່ບ່ອນມືດ ແລະອັບເອົ້າ
ຖ້າສັງເກດເບິ່ງວ່າ ບໍລິເວນບ່ອນມືດ ແລະອົບເອົ້ານັ້ນຈະມັກມີຍຸງມາກັດຕະຫຼອດ ເພາະຕາມປົກກະຕິຍຸງຈະບໍ່ມັກແສງສະຫວ່າງປານໃດ ສະນັ້ນຫາກວ່າທ່ານບໍ່ຍາກຖືກຍຸງກັດ ຢ່າໄປຢູ່ບ່ອນມືດ ແລະອົບເອົ້າຈະດີກວ່າ.
2.ກະທຽມກໍຊ່ວຍໄດ້
ກະທຽມເປັນສະໝຸນໄພກິ່ນຂິວ ແລະຍຸງກໍບໍ່ມັກນໍາ ເຊິ່ງແປວ່າຖ້າຫາກທ່ານກິນກະທຽມເຂົ້າໄປຍຸງກໍບໍ່ກ້າເຂົ້າມາເພາະໄດ້ກິ່ນກະທຽມອອກມາຈາກຜິວໜັງ ແລະຍຸງກໍຈະບໍ່ມາກັດນໍາ.

3.ຢ່າທານໍ້າຫອມທີ່ມີກິ່ນອ່ອນໆ
ຜູ້ຊ່ຽວຊານໄດ້ເຕືອນວ່າ ຖ້າທ່ານບໍ່ຢາກຕົກເປັນເປົ້າໝາຍຂອງຍຸງ ພະຍາຍາມຫຼີກລ້ຽງຜະລິດຕະພັນທີ່ໃຫ້ກິ່ນຫອມຄ້າຍດອກໄມ້ຈະດີກວ່າ.

4.ໃສ່ເສື້ອຜ້າປົກປິດ
ອີກໜື່ງວິທີປ້ອງກັນຍຸງກັດທີ່ທ່ານສາມາດເຮັດເອງໄດ້ງ່າຍ ໂດຍບໍ່ຕ້ອງໃຊ້ ອຸປະກອນເສີມໃດໆ ພຽງແຕ່ໃສ່ເສື້ອຜ້າທີ່ປົກປິດ. ດີທີ່ສຸດກໍສົ້ງຂາຍາວ ເສື້ອແຂນຍາວ ເທົ່ານີ້ກໍປົກປິດບໍ່ໃຫ້ຍຸງກັດ.

5.ຢູ່ໃກ້ໆພັດລົມ
ນັກວິໄຈໄດ້ຟັນທົງວ່າຍຸງບໍ່ແມ່ນສັດບິນທີ່ບິນເກ່ງ ພ່ຽງແຕ່ແຮງລົມພັດກໍເຮັດໃຫ້ຍຸງບິນເຊ ແລະໃນເມື່ອຮູ້ຈັງຊີ້ແລ້ວພະຍາຍາມຢູ່ໃກ້ພັດລົມຈະດີກວ່າ.

6.ກໍາຈັດແຫຼ່ງນໍ້າຂັງໃຫ້ໝົດ
ຍຸງເປັນສັດວາງໄຂ່ໃນນໍ້າ ໂດຍສະເພາະນໍ້າເນົ່າທີ່ມີນໍ້າຂັງຢູ່ໃນສະພາບແວດລ້ອມທີ່ອັບມືດ ແລະອົບອຸ່ນ ເຊິ່ງຍຸງຈະຮູ້ສືກປອດໄພ. ດັງນັ້ນກໍຄວນສໍາຫຼວດອ້ອມຮອບບ້ານ ບ່ອນໃດທີ່ມີນໍ້າຂັງຢູ່ກໍຄວນຈັດການຖິ້ມໃຫ້ໝົດກ້ຽງຈື່ງບໍ່ໃຫ້ຍຸງມາາງໄຂ່ໄດ້.
7.ທາໂລຊັນກັນຍຸງ
ໂລຊັນກັນຍຸງເປັນນະວັດຕະກໍາປ້ອງກັນຍຸງບໍ່ເຖິງກັບໃໝ່ ແຕ່ກໍສາມາດໄລ່ຍຸງໄດ້ຢ່າງມີປະສິດຕິພາບພໍສົມຄວນ ການທາໂລຊັນກັນຍຸງນັ້ນຈະຊ່ວຍປ້ອງກັນຜິວເຮົາບໍ່ໃກ້ຍຸງກັນໄດ້ພຽງ 23 ນາທີເທົ່ານັ້ນ ຖ້າທ່ານບໍ່ຢາກໃຫ້ຖືກຍຸງກັດກໍໝັ່ນທາຕະຫຼອດ.

ຫວັງວ່າຂໍ້ມູນເຫຼົ່ານີ້ຈະເປັນປະໂຫຍດໃຫ້ແກ່ທຸກຄົນ.