ຕຳຫຼວດສາກົນ ອອກໝາຍຈັບ 7 ອາຊະຍາກອນດ້ານສິ່ງແວດລ້ອມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕຳຫຼວດສາກົນ ອອກໝາຍຈັບ 7 ອາຊະຍາກອນດ້ານສິ່ງແວດລ້ອມ




ຂ່າວຕ່າງປະເທດ: ອົງການຕຳຫຼວດສາກົນ (ອິນເຕີໂພລ) ອອກໝາຍຈັບກຸ່ມຜູ້ຖືກຫາໜີຄະດີ 7 ຄົນທີ່ກໍ່ເຫດອາຊະຍາກຳດ້ານສິ່ງແວດລ້ອມ ນັບຕັ້ງແຕ່ຕັດໄມ້ທຳລາຍປ່າ, ລັກລອບລ່າຊ້າງ ແລະ ຄ້າງາຊ້າງ.

ໃນວັນທີ 5 ມິຖຸນາ ນີ້, ເຈົ້າໜ້າທີ່ຕຳຫຼວດສາກົນ ເປີດເຜີຍວ່າ ໝາຍຈັບກຸມສີແດງໃນຄະດີສິ່ງແວດລ້ອມທີ່ເກືອບບໍ່ເຄີຍປະກົດມີເລີຍ, ເຊິ່ງອອກໂດຍອົງການຕຳຫຼວດສາກົນ ທີ່ມີສຳນັກງານໃຫຍ່ຢູ່ເມືອງລີຢົງ ປະເທດຝຣັ່ງ ມີຂຶ້ນ 1 ວັນ ກ່ອນເຖິງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ.

ທ່ານ ທິມ ມໍຣິສ ຜູ້ອຳນວຍການອົງການຕຳຫຼວດສາກົນ ຮຽກຮ້ອງຕໍ່ປະເທດຕ່າງໆທົ່ວໂລກທີ່ຜູ້ຖືກຫາອາດຈະອາໃສຢູ່ໃຫ້ຊ່ວຍແຈ້ງເບາະແສ ຫຼື ຈັບກຸມ ເພື່ອນຳຕົວມາດຳເນີນຄະດີຕາມກົດໝາຍ. ໃນໃຍອອກໝາຍຈັບ ແຈ້ງຊື່ຜູ້ຖືກຫາທັງ 7 ຄົນ, ເຊິ່ງເປັນທີ່ຕ້ອງການຂອງທາງການຈີນ, ເຄັນຍາ, ເກຣັກ ແລະ ອິສະວາຕິນີ ຫຼື ອະດີດປະເທດສະວາຊິແລນ.

ທ່ານ ມໍຣິສ ກ່າວອີກວ່າ ອາຊະຍາກຳສິ່ງແວດລ້ອມ ສາມາດຫາເງິນໄດ້ຢ່າງມະຫາສານ ປະມານ 100.000 ຫາ 300.000 ລ້ານໂດລາສະຫະລັດຕໍ່ປີ, ການຟອກເງິນ, ການທຸຈະລິດ, ອາຊະຍາກໍາການເງິນ, ຄວາມຮຸນແຮງ ແລະ ຄາດຕະກຳ ລ້ວນແລ້ວແຕ່ກ່ຽວຂ້ອງກັບອາຊະຍາກຳສິ່ງແວດລ້ອມ.

ອົງການຕຳຫຼວດສາກົນ ເປັນອົງການຕຳຫຼວດລະຫວ່າງປະເທດຂະໜາດໃຫຍ່ສຸດ ເຮັດວຽກຮ່ວມກັນ ມີ 194 ປະເທດສະມາຊິກທົ່ວໂລກ ເພື່ອປະສານຄວາມຮ່ວມມືຕໍ່ຕ້ານອົງກອນອາຊະຍາກຳ ແລະ ປະຕິບັດການຕໍ່ຕ້ານການກໍ່ການຮ້າຍ.

ທີ່ມາ: ຄວາມສະຫງົບລາຍວັນ LSecurity News


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad