ລົດຈັກລົ້ມເອງໄປຕໍາຂ້າງທາງ ຄໍຫັກ ເສຍຊີວິດ 1 ຄົນ, ເຈັບ 1 ຄົນ 9/6/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດຈັກລົ້ມເອງໄປຕໍາຂ້າງທາງ ຄໍຫັກ ເສຍຊີວິດ 1 ຄົນ, ເຈັບ 1 ຄົນ 9/6/19




ນະຄອນຫຼວງວຽງຈັນ: ເກີດເຫດເສົ້າສະຫຼົດໃຈ ອຸບັດຕິເຫດ ລົດຈັກຈົນມີຄົນເສຍຊີວິດ ຈາກການລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 9/06/2019 ເວລາ12:20 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດຈັກລົ້ມເອງ ຈຸດເກີດເຫດ ແມ່ນທາງໂຄ້ງບ້ານ ຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.ອາສາກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ເສຍຊີວິດ  1 ຄົນ ແລະ ຜູ້ບາດເຈັບ 1 ຄົນ.


ຜູ່ຍິງທີ່ບາດເຈັບ ແມ່ນ ອາຍຸ 25 ປີ ອາຊີບພະນັກງານ, ບ້ານຫນອງພົງ, ເມືອງຫາດຊາຍຟອງ, ແຂວງນະຄອນຫລວງ, ສັນຊາດລາວ. ສະພາບແມ່ນ ຄີ້ວຈີກເບື້ອງຊ້າຍ, ດີ້ວຕີນຈີກເບື້ອງຂວາ, ແຂນພິກຮູບ. ຜູ້ບາດເຈັບ ຖືກນຳສົ່ງໂຮງຫມໍເສດຖາທິຣາດ.


ຜູ່ທີ 2 ເພດຍິງ ອາຍຸ 45 ປີ, ອາຊີບຄ້າຂາຍ, ບ້ານຫນອງພົງ, ເມືອງຫາດຊາຍຟອງ,ແຂວງນະຄອນຫລວງ
ອາການແມ່ນກະທົບຫົວຢ່າງຮຸນແຮງ, ຄໍຫັກ, ເສຍຊີວິດຄາທີ່. ດັ່ງນັ້ນໜ່ວຍງານມູນນິທິຈື່ງໄດ້ນຳສົ່ງຜູ້ເສຍຊິວິດວັດປ່າບ້ານຫນອງພົງ ທາງໜ່ວຍງານມູນນິທິຂໍສະແດງຄວາມເສຍໃຈນຳພີນ້ອງຜູ້ເສຍຊີວິດດ້ວຍ









ລາຍງານໂດຍ: 1623


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ





Post Bottom Ad