ເຄີຍສົງໄສບໍ່ວ່າເປັນຫຍັງໂຮງງານຜະລິດກ້ອງທີ່ມີຊື່ສຽງລະດັບໂລກດັ່ງເຢຍລະມັນຄືມາຮ່ວມມືກັບບໍລິສັດເທັກໂນໂລຢີຍັກໃຫຍ່ຂອງຈີນໄດ້??? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຄີຍສົງໄສບໍ່ວ່າເປັນຫຍັງໂຮງງານຜະລິດກ້ອງທີ່ມີຊື່ສຽງລະດັບໂລກດັ່ງເຢຍລະມັນຄືມາຮ່ວມມືກັບບໍລິສັດເທັກໂນໂລຢີຍັກໃຫຍ່ຂອງຈີນໄດ້???

ເຄີຍສົງໄສບໍ່ວ່າເປັນຫຍັງໂຮງງານຜະລິດກ້ອງທີ່ມີຊື່ສຽງລະດັບໂລກດັ່ງເຢຍລະມັນຄືມາຮ່ວມມືກັບບໍລິສັດເທັກໂນໂລຢີຍັກໃຫຍ່ຂອງຈີນໄດ້???
1. ຄວາມເປັນມາຂອງການຮ່ວມມືລະຫວ່າງ Huawei ແລະ Leica
ນັບຕັ້ງແຕ່ປະກາດການຮ່ວມມືລະຫວ່າາງ Huawei ແລະ Leica ພ້ອມດ້ວຍການເປີດໂຕຂອງ Huawei P9 ໃນປີ 2016, ການຮ່ວມມືດັ່ງກ່າວແມ່ນບໍ່ເຮັດໃຫ້ທຸກຄົນຜິດຫວັງອີຫຼີ! ດ້ວຍການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງໃນລຸ້ນຕໍ່ໆໄປຂອງ P ແລະ Mate Series ພ້ອມກັບເລນ Leica
ແລະ ດັ່ງທີ່ທ່ານ Li Changzhu, ຮອງປະທານຝ່າຍທຸລະກິດເທັກໂນໂລຢີພົກພາຂອງ Huawei Consumer Business Group (CBG) ກ່າວວ່າ: ການຮ່ວມມືໃນຄັ້ງນີ້ແມ່ນເກີດຈາກຄວາມອົດທົນພະຍາຍາມ ແລະ ສະແຫວງຫາຄຸນນະພາບທີ່ດີທີ່ສຸດ.

      Vice President of Handset Business for Huawei Consumer Business Group (CBG) Li Changzhu

2. ເປັນຫຍັງ Huawei ຈຶ່ງສະແຫວງຢາກຮ່ວມມືກັບ Leica ເພື່ອສ້າງກ້ອງສະມາດໂຟນທີ່ສະຫຼາດທີ່ສຸດ?
Leica ແມ່ນເປັນຕຳນານໃນຫົວໃຈຂອງຜູ້ທີ່ຫຼົງໄຫຼໃນການຖ່າຍພາບຫຼາຍທີ່ສຸດໃນ 100 ປີທີ່ຜ່ານມາ. ກ້ອງຖາ່ຍພາບ Leica ໄດ້ມີການຜະລິດກ້ອງທີ່ມີຄຸນນະພາບດີເລີດຢ່າງຕໍ່ເນື່ອງ. ຊ່າງພາບໄລກ້າໄດ້ບັນທຶກພາບຊ່ວງເປັນປະຫວັດສາດທີ່ມີຊື່ສຽງໄດ້ຢ່າງຫຼວງຫຼາຍ, ກ້ອງໄລກ້າເປັນຫຼາຍກວ່າເຄື່ອງມື ນອກນີ້ມັນຍັງເປັນຫຼັກຖານສະແດງໃຫ້ເຫັນເຖິງປະຫວັດສາດຂອງຄົນແຕ່ກ່ອນ.
ເລນກ້ອງຂອງ ໄລກ້າ ຕ້ອງໃຊ້ການຜະລິດທີ່ມີຄຸນນະພາບສູງ. ນອກນັ້ນ, ລະບົບອອບຕິຄອລຂອງມັນຍັງມີຊື່ສຽງທີ່ໂດ່ງດັງໄປທົ່ວໂລກ. ເມືອງ Wetzlar ເຊິ່ງເປັນທີ່ຕັ້ງສຳນັກງານໃຫຍ່, ເປັນທີ່ຮູ້ຈັກກັນໃນຊື່ “ Optical silicon-valley” ສະຖານທີ່ນີ້ມີນັກວິທະຍາສາດດ້ານອອບຕິຄອລຊັ້ນນໍາທີ່ເຮັດການວິໄຈທີ່ລໍ້າສະໄໝເພື່ອໄປສູ່ການບັນທຶກພາບອີກລະດັບ. ພາບທີ່ຖ່າຍຈາກກ້ອງໄລກ້າແມ່ນສາມາດເບິ່ງອອກໄດ້ຢ່າງງ່າຍດາຍເພາະຄວາມເປັນເອກະລັກ. ພາບມີຄວາມຄົມຊັດ ແລະ ເຕັມໄປດ້ວຍສີສັນ, ສະແດງຄວາມມີຊີວິດຊີວາ ຈຳແນກວັດຖຸທີ່ຖ່າຍ ແລະ ພື້ນຫຼັງພາບໄດ້ດີ. ຫຼາຍກວ່າໄລຍະເວລາ 100 ປີ ຜະລິດຕະພັນທີ່ມີຄຸນນະພາບຕ່າງໆ ໄດ້ເຮັດໃຫ້ໄລກ້າກາຍເປັນເອກະລັກຂອງວັດທະນາທຳ.  

3. Huawei ແລະ Leica ເລີ່ມຮ່ວມມື້ກັນຕັ້ງແຕ່ເມື່ອໃດ? ແລະແນວໃດ?

ກັບມາທີ່ປີ 2013, Huawei ໄດ້ເລີ່ມຂຽນອີເມວຫາ Leica ເພື່ອຕົກລົງປຶກສາຫາລືກ່ຽວກັບການຮ່ວມມືກັນ. ຫຼັງຈາກສົ່ງອີເມວໄດ້ບໍ່ເທົ່າໃດຮອບ Leica ກໍຕອບຕົກລົົງທີ່ຈະເຂົ້າຮ່ວມການປະຊຸມທີ່ສຳນັກງານໃຫຍ່ Leica ໃນປີ 2014. ປະທານໃຫຍ່ຂອງ Leica ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ທັງສອງຝ່າຍໄດ້ຕົກລົງເຊັນສັນຍາໃນທີ່ສຸດຫຼັງຈາກທີ່ປະຊຸມໄດ້ສອງສາມຮອບ

4. ການຮ່ວມມືດັ່ງກ່າວເປັນແນວໃດ?

ຕັ້ງແຕ່ທຳອິດ, Huawei ແລະ Leica ໄດ້ຈັດຕັ້ງທີມວິໄຈໂດຍມາຈາກຜູ້ຊ່ຽວຊານທັງສອງຝ່າຍ. ທີມວິໄຈແມ່ນນຳພາໂດຍ Dr. Yi ຈາກຫົວເຫວີຍ ແລະ Dr. Weiler ຈາກໄລກ້າ. ໜ້າທີ່ຫຼັກແມ່ນໂຟກັສໃສ່ການອອກແບບແສງ ແລະ ຄຸນນະພາບຂອງພາບຖ່າຍ.
ຜູູ້ຊ່ຽວຊານຂອງໄລກ້າມີມາດຕະຖານທີ່ສູງເມື່ອເວົ້າເຖິງແສງມົວມືດ ແລະ ແສງທີ່ແຮງແຈດຈ້າ. ໄລກ້າມຸ່ງເນັ້ນໃນການສ້າງເລນກ້ອງສະມາດໂຟນທີ່ສາມາດຜ່ານການທົດສອບມາດຕະຖານກ້ອງທົ່ວໄປຂອງພວກເຂົາ, ເພາະມັນເປັນພື້ນຖານຂອງຄຸນນະພາບຂອງພາບຖ່າຍທີ່ດີເດັ່ນ.
ຜົນຂອງການທົດລອງຄັ້ງທຳອິດໃຫ້ຜົນທີ່ຂ້ອງຂ້າງຜິດຫວັງໂດຍມີພຽງ 10% ຂອງເລນຄູ່ທີ່ໄດ້ມາດຕະຖານ. ທີມງານດ້ານເທັກໂນໂລຢີຂອງຫົວເຫວີຍໄດ້ເຮັດວຽກຮ່ວມກັບຄົນງານໄລກ້າ ແລະ ຜູ້ຈັດຫາເພື່ອເອົາຊະນະບັນຫາດ້ານເທັກນິກ, ການປັບຮູບຮ່າງ ແລະ ໄລຍະຫ່າງຂອງເລນຂອງເລນລວມເຖິງລະບົບສະພາບແວດລ້ອມອ້ອມຂ້າງທີ່ມີຜົນຕໍ່ການອອກແບບການແນມເຫັນ. ໃນທີ່ສຸດຫົວເຫວີຍກໍສາມາດເຮັດໄດ້ຕາມມາດຕະຖານທີ່ອະນຸຍາດໃຫ້ຜະລິດກ່ອນເວລາກຳນົດ.

5. ການຖ່າຍພາບ “ສະໄຕລ Leica” ສ້າງຂຶ້ນໄດ້ແນວໃດ?

ໃນຊ່ວງທຳອິດ Leica ໄດ້ສະແດງໃຫ້ຫົວເຫວີຍເຫັນເຖິງການເນັ້ນມາດຕະຖານການທົດສອບຂອງຄຸນນະພາບພາບຖ່າຍທີ່ສູງຂຶ້ນ, ກວດສອບຄຸນນະພາບຢ່າງເປັນລະບົບ ຄວບຄຸມຫຼາຍມິຕິລວມມີ ສີສັນ, ການໂຟກັສ, ພື້ນຜິວ, ສຽງດັງ, ການເຄື່ອນໄຫວທີ່ຜິດພ້ຽນ ແລະ ອື່ນໆ.
ຫົວເຫວີຍຕັ້ງທີມສະເພາະເພື່ອທົດສອບການຖ່າຍພາບໃນຫຼາຍກວ່າ 100 ສະຖານະການເພື່ອໃຫ້ກົງກັບມາດຕະຖານທີ່ເຂັ້ມງວດ. ເພື່ອໃຫ້ບັນລຸຜົນຂອງໄລກ້າກ່າວມາ, ທີມວິໄຈ ແລະ ພັດທະນາຂອງຫົວເຫວີຍໄດ້ເຮັດວຽກຢ່າງໜັກເພື່ອຕິດຕາມບັນຫາທີ່ລາຍງານ ແລະ ແກ້ໄຂບັນຫາ, ສະແດງຄວາມກ້າວໜ້າໃນສະພາບນັ້ນ. ແລະນັ້ນກໍຄືເຫດຜົນທີ່ຜູ້ໃຊ້ສາມາດເບິ່ງເຫັນເຖິງຄວາມກ້າວໜ້າທີ່ໜ້າຕື່ນຕາຕື່ນໃຈໃນແຕ່ລະລຸ້ນຂອງເລນໄລກ້າ. 



6. ການຮ່ວມມືຂອງ Huawei ແລະ Leica ໄດ້ນຳຫຍັງມາໃຫ້ພາກສ່ວນອຸດສາຫະກຳ ແລະ ຕະຫຼາດແດ່?

Huawei ແລະ Leica ບໍ່ພຽງແຕ່ຮ່ວມມືກັນເພື່ອຍົກລະດັບຄວາມກ້າວໜ້າທາງເທັກໂນໂລຢີໃນການນຳຄຸນສົມບັດດ້ານເທັກໂນໂລຢີຂອງກ້ອງຖ່າຍພາບຄຸນນະພາບດີກວ່າມາໃສ່ກ້ອງຖ່າຍໃນສະມາດໂຟນ. ການຮ່ວມມືດັ່ງກ່າວຍັງຍົກລະດັບຄວາມຊັບຊ້ອນຫຼາກຫຼາຍຂອງການຖ່າຍພາບກ້ອງສະມາດໂຟນ, ເຮັດໃຫ້ກ້ອງສະມາດໂຟນເປັນເຄື່ອງມືສະແດງອອກທາງສິນລະປະ ແລະ ເຮັດໃຫ້ຜູ້ຄົນສາມາດແບ່ງປັນວິຖີຊີວິດພວກເຂົາຜ່ານພຶດຕິກຳຕ່າງໆໃນຊີວິດປະຈຳວັນ. ເຊິ່ງນັ້ນກໍເປັນຈຸດເລີ່ມຕົ້ນທີ່ຫົວເຫວີຍງານແຂ່ງຂັນການຖ່າຍພາບຊື່ວ່າ Next-Image Awards ເຊິ່ງໄດ້ກະຕຸ້ນເຮັດໃຫ້ຜູ້ທີ່ເຂົ້າແຂ່ງຂັນໄດ້ສໍາຫຼວດ, ກ້າສະແດງຜົນງານ ແລະ ແບ່ງປັນຄວາມສຸກໃນຊີວິດຕົນເອງຜ່ານເລນທີ່ເປັນເອກະລັກຂອງໄລກ້າໃນສະມາດໂຟນຫົວເຫວີຍ. 

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad