ແຂວງຊຽງຂວາງ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະຂັ້ນເມືອງຄຸ້ມຄອງເກືອບ 30 ຄົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຂວງຊຽງຂວາງ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະຂັ້ນເມືອງຄຸ້ມຄອງເກືອບ 30 ຄົນ




ໃນຕົ້ນເດືອນເມສາ 2019 ຄະນະກຳມະການວິໄນຂັ້ນແຂວງ ໄດ້ຕົກລົງ ແລະ ສະເໜີໃຫ້ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງໆຊຽງຂວາງ ອອກມະຕິຕົກລົງປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

ຕາມຂໍ້ມູນຈາກແຂວງຊຽງຂວາງຮູ້ວ່າ: ການລະເມີດຂອງພະນັກງານແມ່ນໄດ້ສວຍໃຊ້ໜ້າທີ່ຕຳແໜ່ງ ເຊັນ ເອກະສານບໍ່ຖືກຕ້ອງໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດຕ່າງໆເຊັ່ນ: ເຊັນໃບສະເໜີຂາຍໜີ້ໂຄງການແບບມີສ່ວນຫຼຸດ ໂດຍບໍ່ຖືກຕ້ອງຕາມມູນຄ່າຄ້າງສຳລະຕົວຈິງ, ເຊັນໃບອະນຸມັດສຳລະການຈ່າຍເງິນຊ້ຳຊ້ອນໂຄງການລົງທຶນຂອງລັດ ແລະ ເຊັນຢັ້ງຢືນຜະລິດຕະພັນໄມ້ບໍ່ຖືກຕ້ອງຈາກໂຮງງານເພື່ອສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ທີ່ເປັນການລະເມີດຕໍ່ຄຳສັ່ງເລກທີ15/ນຍ, ລະເມີດລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນການລະເມີດຕໍ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ມີຄວາມບົກຜ່ອງໃນການລະເມີດຕໍ່ກົດລະບຽບຂອງພັກ.



ການຕົກລົງປະຕິບັດວິໄນຕໍ່ພະນັກງານຂັ້ນແຂວງ ແລະ ເມືອງຄຸ້ມຄອງມີດັ່ງນີ້:

1, ພະນັກງານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ4ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
2, ພະນັກງານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳນວນ7ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
3, ພະນັກງານ ພະແນກການເງິນແຂວງ ຈຳນວນ4ຄົນ ທີ່ຕິດພັນກັບການສຳລະໜີ້ ມີສ່ວນຫຼຸດ2ຄົນ, ກັບການສົ່ງອອກຜະລິດຕະພັນໄມ້2ຄົນ
4, ພະນັກງານ ພະແນກແຜນການ ແລະ ການລົງທຶນແຂວງຈຳນວນ1ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
5, ພະນັກງານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈຳນວນ2ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
6, ພະນັກງານ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈຳນວນ1ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
7, ພະນັກງານ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ ຈຳນວນ1ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
8, ພະນັກງານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພູກູດ ຈຳນວນ3ຄົນ ທີ່ຕິດພັນກັບການກວດກາ ແລະ ສົ່ງອອກໄມ້
9, ພະນັກງານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄູນຈຳນວນ2ຄົນ ທີ່ຕິດພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
10, ພະນັກງານ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຄູນ ຈຳນວນ2ຄົນທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້.

ດ້ານພັກ
-ກ່າວເຕືອນຄວາມຜິດ 9 ຄົນ
-ປົດຕຳແໜ່ງຄະນະພັກຮາກຖານ2ຄົນ
-ໂຈະການຮ່ວມຊີວິດພັກ6ເດືອນ ເພື່ອສຶກສາອົບຮົມ 16 ຄົນ

ດ້ານລັດ
-ຕິຕຽນຄວາມຜິດ6ຄົນ
-ກ່າວເຕືອນຄວາມຜິດ3ຄົນ
-ໂຈະການເລື່ອນຂັ້ນເງິນເດືອນ1ຂັ້ນ(2ປີ), ໂຈະການຍ້ອງຍໍ2ປີ ແລະ ປົດຕຳແໜ່ງບໍລິຫານ13ຄົນ
-ໂຈະການເລື່ອນຂັ້ນເງິນເດືອນ1ຂັ້ນ(2ປີ), ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ບໍ່ຕິດພັນກັບຄວາມຮັບຜິດຊອບຜ່ານມາ 5 ຄົນ.

ຂອບໃຈຂໍ້ມູນຈາກ: ເສດຖະກິດ-ສັງຄົມ
_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad