ປະຊຸມຫາລື ການປະຕິບັດ ແຈ້ງການ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ໃຫ້ມີປະສິດທິພາບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະຊຸມຫາລື ການປະຕິບັດ ແຈ້ງການ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ໃຫ້ມີປະສິດທິພາບ


ລັດຖະບານ: ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ບັນດາຫົວໜ້າກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ໄດ້ມາປະຊຸມປຶກສາຫາລືຮ່ວມກັນໃນເລື່ອງທີ່ສັງຄົມພວມໃຫ້ຄວາມສົນໃຈຫລາຍໃນປະຈຸບັນນີ້, ເຊິ່ງນັ້ນກໍ່ຄື: ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ໂດຍສະເພາະແມ່ນ ການຜະລິດ ແລະ ຕິດຕັ້ງປ້າຍໂຄສະນາຢູ່ຕາມ ສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆ ທີ່ເປັນການຊັກຊວນໃຫ້ມີການດື່ມ.



ທ່ານ ດຣ. ບຸນເພັງ ພິລາວົງ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຂຶ້ນມີຄວາມເຫັນໃນກອງປະຊຸມຄັ້ງນີ້ ວ່າ: ຈາກການສຳຫລວດການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າພົບວ່າ ຄົນລາວທີ່ມີອາຍຸ 15 ປີຂຶ້ນໄປ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນ ພົບວ່າ ແຕ່ລະປີຄົນລາວຈະບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ ຜູ້ລະ 7,3 ລິດ ຊຶ່ງສູງກວ່າໝູ່ໃນອາຊຽນ.
ການດື່ມທາດເຫຼົ້າ ຈະມີຜົນກະທົບຕໍ່ ອະໄວຍະວະຕ່າງ ຂອງຄົນເຮົາໂດຍກົງ, ໂດຍສະເພາະແມ່ນ ສະໝອງ ແລະ ຕັບ.



ທ່ານ ສູນທອນ ພົມມະຈັກ, ປະທານບໍລິສັດ ເບຍລາວຈຳກັດ ກໍ່ໄດ້ຂຶຶຶຶຶ້ນມີຄຳເຫັນເຊັ່ນກັນ, ໂດຍທ່ານໄດ້ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ການໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ເປັນຕົ້ນແມ່ນ ການຜະລິດ ແລະ ຕິດຕັ້ງປ້າຍໂຄສະນາຢູ່ຕາມ ສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ເປັນການຊັກຊວນໃຫ້ມີການດື່ມ, ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫລີກລ້ຽງການໂຄສະນາ ຫລື ຊັກຊວນໃຫ້ມີການດື່ມຫລາຍເກີນໄປ.



ພ້ອມດຽວກັນນັ້ນ, ທ່ານກໍ່ເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ “ສາວເຊຍເບຍ”, ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ໂດຍສະເພາະ ຕໍ່ການສ້າງວຽກເຮັດງານທໍາໃຫ້ຜູ້ທີ່ບໍ່ມີວຽກເຮັດ, ຫລື ນັກຮຽນທີ່ຫາວຽກເພີ່ມເຮັດນອກໂມງຮຽນ ທັງເປັນການດຶງດູດນັກທ່ອງທ່ຽວ ອີກທາງໜຶ່ງນັ້ນ, ກໍ່ຈະໄດ້ປັບປຸງຮູບແບບຕື່ມອີກ, ໂດຍບໍ່ໃຫ້ໂລດຜົນຈົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ; ແຕ່ຖ້າຫາກວ່າ, ທາງຂັ້ນເທິງເຫັນສົມຄວນວ່າ ແນວໃດກໍ່ໃຫ້ຢຸດ ທາງບໍລິສັດ ເບຍລາວກໍ່ຈະນ້ອມຮັບ ແລະ ປະຕິບັດຕາມ. ອີງຕາມຕົວເລກສະຖິຕິ, ປັດຈຸບັນ ແມ່ນມີສາວເຊຍເບຍທົ່ວປະເທດ 1.000 ກວ່າຄົນ.



ພາຍຫລັງກອງປະຊຸມປຶກສາຫາລືໃນມື້ນີ້ແລ້ວ ກໍ່ຈະໄດ້ນຳເອົາເນື້ອໃນຈິດໃຈ ແລະ ປະເດັນຕ່າງໆ ໄປນຳສະເໜີຂັ້ນເທິງເພື່ອພິຈາລະນາ ແລະ ອອກນິຕິກຳ, ແລະ ມາດຕະການຕ່າງໆ ໃນຂັ້ນຕໍ່ໄປ ເພື່ອຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.


ໂດຍ: Lao National Radio

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad