ໄວລຸ້ນຕົກນໍ້າສູນຫາຍ ທີ່ຫຼວງພະບາງ ແຕ່ວັນທີ 5/5/19 ຫາພົບສົບໃນຕອນເຊົ້າ ວັນທີ 8/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄວລຸ້ນຕົກນໍ້າສູນຫາຍ ທີ່ຫຼວງພະບາງ ແຕ່ວັນທີ 5/5/19 ຫາພົບສົບໃນຕອນເຊົ້າ ວັນທີ 8/5/19


ຫຼວງພະບາງ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ  8 ພຶດສະພາ 2019 ເວລາ 09:00 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນຈົມນ້ຳເສຍຊີວິດ ທ່າບ້ານຊຽງລ້ອມ ແຂວງຫວງພະບາງ ດັ່ງນັ້ນ ທາງທີມກູ້ຊີບອົງການກາແດງລາວແຂວງຫຼວງພະບາງ ໄດ້ອອກໄປຮອດສະຖານທີ່ເກີດເຫດພົບເຫັນເພດຊາຍ 1 ຄົນ ເສຍຊີວິດ ຊື່ ທ້າວ ບຸນຍໍ່ ແສງອຸ່ນຄຳ ອາຍຸ 16 ປີ ບ້ານໂພນໄຊ.



ທາງໜ່ວຍກູ້ຊີບອົງການກາແດງຫຼວງພະບາງ ຈຶ່ງໄດ້ເອົາຮ່າງຜູ້ເສຍຊີວິດຂື້ນມາຈາກນ້ຳແລ້ວທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳ ບ້ານໂພນໄຊ (ເບີ6) ເມືອງຊຽງເງິນ ແຂວງຫລວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.



ຕາມການບອກເລົ່າ ຜູ້ເສຍຊີວິດແມ່ນຈົມນ້ຳແຕ່ວັນທີ 5 ພຶດສະພາ 2019 ຜ່ານມາ ຢູ່ທ່ານ້ຳແຖວໂຮງຮຽນຊົນເຜົ່າ ບ້ານສວນຫລວງ ຕອນແລງຂອງວັນອາທິດ. ຈົນມາພົບຟູນໍ້າ ໃນເຊົ້າ ວນັທີ 8 ພຶດສະພາ 2019.





ລາຍງານໂດຍ: ໜ່ວຍກູ້ຊີບອົງການແດງ ຫຼວງພະບາງ
ໂທ: 071 1625

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad