ຄະດີລັກຊັບພົ້ນເດັ່ນ! ສະເພາະ 7 ວັນທ້າຍເມສາ ມີມູນຄ່າເສຍຫາຍລວມຫຼາຍຮ້ອຍລ້ານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄະດີລັກຊັບພົ້ນເດັ່ນ! ສະເພາະ 7 ວັນທ້າຍເມສາ ມີມູນຄ່າເສຍຫາຍລວມຫຼາຍຮ້ອຍລ້ານ



ສະພາບປະກົດການຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ປຸ້ນຊັບ, ຊິງຊັບ, ຊື້ຊັບຜິດກົດໝາຍ, ຊື້-ຂາຍຢາເສບຕິດ ແລະ ມົ້ວສຸມຢາເສບຕິດ ເຮັດໃຫ້ບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ພົ້ນເດັ່ນກວ່າໝູ່ແມ່ນລັກຊັບພົນລະເມືອງ ສະແດງອອກໃນໄລຍະ 7 ວັນ ຂອງອາທິດສຸດທ້າຍເດືອນເມສາ 2019 ທົ່ວນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 49 ເລື່ອງ; ໃນນີ້, ລັກຊັບພົນລະເມືອງກວມເອົາ 27 ເລື່ອງ ລວມຊັບສິນເສຍຫາຍຫຼາຍ 100 ລ້ານກີບ.


ຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 23-29 ເມາສາ 2019 ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຈຳນວນ 49 ເລື່ອງ ສ່ວນຫຼາຍແມ່ນຄະດີລັກຊັບພົນລະເມືອງກວມເອົາ 27 ເລື່ອງ. ໃນນີ້, ໃນວັນທີ 22 ເມສາ ເກີດຂຶ້ນ 2 ເລື່ອງ; ວັນທີ 23 ເມສາ ມີ 7 ເລື່ອງ; ວັນທີ 24 ເມສາ 4 ເລື່ອງ; ວັນທີ 25 ເມສາ 5 ເລື່ອງ; ວັນທີ 26 ເມສາ 2 ເລື່ອງ; ວັນທີ 27 ເມສາ ເກີດຂຶ້ນ 1 ເລື່ອງ; ວັນທີ 28 ເກີດຂຶ້ນ 2 ເລື່ອງ ແລະ ວັນທີ 29 ເກີດຂຶ້ນ 4 ເລື່ອງ. ຕໍ່ກັບເຫດການທີ່ເກີດຂຶ້ນນັ້ນ, ໄດ້ສ້າງຄວາມເສຍຫາຍຫຼາຍ 100 ລ້ານກີບ, ປະກອບມີ: ລົດ ໃຫຍ່ 1 ຄັນ, ລົດຈັກ 21 ຄັນ, ເງິນກີບ 20.625.000 ກີບ, ເງິນໂດລາ 71 ໂດ ລາສະຫະລັດ, ເງິນຢວນ 300 ຢວນ, ຄອມພິວເຕີ 1 ເຄື່ອງ, ຄຳຮູບປະພັນ 3 ບາດ, ໂມງ 1 ໜ່ວຍ, ຕູ້ເຊັບ 1 ໜ່ວຍ, ໂທລະສັບ 3 ໜ່ວຍ, ບັດເຕີມເງິນ 11.000.000 ກີບ, ບັດເອທີເອັມ 5 ບັດ ພ້ອມໃບຂັບຂີ່ ແລະ ເອກະສານ ຈຳນວນໜຶ່ງ. ເຫດການລັກຊັບພົ້ນເດັ່ນ ແມ່ນຄົນຮ້າຍລັກລົດໃຫຍ່ຍີ່ຫໍ້ເກຍ ປີແຄນໂຕ ປ້າຍທະບຽນ ກສ 8938 ກຳແພງນະຄອນ ຂອງ ນາງ ວົງ ສະໄໝ ອາຍຸ 31 ປີ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ທີ່ຈອດປະໄວ້ຮ່ອມເຂົ້າເຮືອນຂອງຜູ້ກ່ຽວ.
ນອກນີ້, ຄະດີຊິງຊັບພົນລະເມືອງ ມີ 4 ເລື່ອງ ໃນວັນທີ 21 ເມສາ ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກດຶງກະເປົາຂອງ ທ້າວ ໂລໂກຮຸຍ ອາຍຸ 43 ປີ ສັນຊາດຈີນ ພັກເຊົາຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ເສຍຫາຍເງິນກີບ 600.000 ກີບ, ເງິນຢວນ 300 ຢວນ, ເງິນ 30 ໂດລາສະຫະລັດ ແລະ ເອກະສານຈຳນວນໜຶ່ງ. ວັນທີ 22 ເມສາ ຄົນຮ້າຍ 2 ຄົນ ຂີ່ລົດຈັກດຶງກະເປົາຂອງ ນາງ ສົມ ພອນ ອາຍຸ 23 ປີ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ ຜົນເສຍຫາຍມີເງິນກີບ 870.000 ກີບ, ໂທລະສັບ 1 ໜ່ວຍ, ໂມງ 1 ໜ່ວຍ; ວັນທີ 26 ເມສາ ຄົນຮ້າຍຂັບຂີ່ລົດຈັກດຶງສາຍຄໍຄຳ ໜັກ 1 ບາດ ພ້ອມກີ້ 2 ສະຫຼຶງ ຂອງ ນາງ ນວນທາ ອາຍຸ 32 ຢູ່ເຂດບ້ານສາຍນໍ້າເງິນ ເມືອງໄຊທານີ ແລະ ດຶງກະເປົາຂອງ ນາງ ບົວໄຂ ອາຍຸ 72 ປີ ຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ໃນກະເປົາມີເງິນ 150. 000 ກີບ, ໂທລະສັບ 1 ໜ່ວຍ.
ສ່ວນຄະດີອັກຄີໄພແມ່ນເກີດຂຶ້ນ 3 ຄັ້ງ ປະກອບມີ: ໄຟໄໝ້ເຮືອນວິນລາ ຂອງທ້າວ ແສງເດືອນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ, ໄຟໄໝ້ເຮືອນຂອງທ້າວ ໄມຈັນ ອາຍຸ 54 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ. ໃນນີ້, ຄະດີພົ້ນເດັ່ນແມ່ນໄຟໄໝ້ສູນໂພຊະນາການຂອງກະຊວງສາທາລະນະສຸກ ຕັ້ງຢູ່ບ້ານສີເມືອງ ເມືອງສີສັດຕະນາກ. ຜ່ານການພິສູດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ສາມາດຮູ້ໄດ້ວ່າ: ສາເຫດແມ່ນພະນັກງານຢູ່ໃນສູນ ຊື່ນາງ ປິ່ນມຸກ ແລະ ນາງ ເກດມະນີ ເປັນຄົນຈູດ ດ້ວຍການເອົານໍ້າມັນເທໃສ່ເຂດດັ່ງກ່າວແລ້ວເອົາໄຟຈູດ. ສາເຫດຍ້ອນພວກກ່ຽວຕ້ອງການປິດບັງຄວາມຜິດ ເພາະໄດ້ລັກເອົາເງິນ ຈຳນວນ 1 ຕື້ ກັບ 500 ລ້ານກີບ ຂອງສູນໄປ.
_______
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ

Post Bottom Ad