ສ້າງຂະບວນເພື່ອ ວັນສິ່ງແວດລ້ອມ 5 ມິຖຸນາ ທີ່ນະຄອນຫຼວງວຽງຈັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສ້າງຂະບວນເພື່ອ ວັນສິ່ງແວດລ້ອມ 5 ມິຖຸນາ ທີ່ນະຄອນຫຼວງວຽງຈັນ




ນະຄອນຫຼວງວຽງຈັນ: ເພື່ອສະເຫລີມສະຫລອງວັນສີ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມີຖຸນາ ແລະ ເພື່ອຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຮັກນະຄອນຫລວງວຽງຈັນ; ແລງວັນທີ 27 ພຶດສະພາ 2019 ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ໄດ້ເປັນເຈົ້າການ ຮ່ວມກັບ ທີມງານນັກຈັດລາຍການວິທະຍຸ ເພື່ອສັງຄົມ ແລະ ສີ່ງແວດລ້ອມ, ຫ້ອງການກອງທືນປົກປັກຮັກສາສີ່ງແວດລ້ອມ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມໄດ້ ຈັດກິດຈະກຳການອອກແຮງງານຮັກສາຄວາມສະອາດ ເກັບມ້ຽນຂີ້ເຫຍື້ອຂອບເຂດອ້ອມເດີ່ນສະໜາມຫລວງຂື້ນ ຢ່າງເປັນຂະບວນຟົດຟື້ນ.




ຫ້ອງການ ຄບຕ ກໍ່ໄດ້ມີສ່ວນຮ່ວມໃນການນຳພາສະມາຊິກອົງການຈັດຕັ້ງມະຫາຊົນ ທັງໝົດ ຈຳນວນ 50 ກ່ວາຄົນ ພ້ອມດ້ວຍ ລົດຂົນສົ່ງຂີ້ເຫຍື້ອ ຈຳນວນ 1 ຄັນ ເຂົ້າຊ່ວຍ ໃນການປະຕິບັດກິດຈະກຳຄັ້ງນີ້.

ລາຍງານໂດຍ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຄບຕ










_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad