ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ ສະຫຼຸບວຽກງານ ປີ 2018 ແລະ ວາງແຜນປີ 2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ ສະຫຼຸບວຽກງານ ປີ 2018 ແລະ ວາງແຜນປີ 2019


ສາລະວັນ: ວັນທີ 23 ພຶດສະພາ 2019 ຜ່ານມາ ຢູ່ສະໂມສອນ ແຂວງສາລະວັນ ພະແນກອຸດສາຫະກຳ ແລະການຄ້າແຂວງໄດ້ຈັດກອງປະຊຸມ ສະຫຼຸບປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດແຂວງ, ມີທ່ານ ຄຳຜ່ານ ສີລາ ວີ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມີບັນດາປະທານສະພາປະຊາຊົນແຂວງ, ຮອງເຈົ້າເມືອງ 8 ຕົວເມືອງ ແລະ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ແລະທິດທາງແຜນການປີ 2019, ຕີ ລາຄາຄືນຜົນສໍາເລັດ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ແນ ໃສ່ໃຫ້ບັນລຸຕາມຄາດໝາຍຕາມທີ່ ວາງໄວ້. ໄລຍະ 1 ປີຜ່ານມາມີ ວຽກງານຫຼາຍດ້ານທີ່ພົ້ນເດັ່ນເປັນ ຕົ້ນ: ຊຸກຍູ້ການເກັບລາຍຮັບເຂົ້າ ງົບປະມານໄດ້ທັງໝົດ 300 ລ້ານ ກວ່າກີບ,ໃນນັ້ນຂັ້ນພະແນກ 148 ລ້ານກວ່າກີບ, ຂັ້ນເມືອງ 154 ລ້ານກວ່າກີບ, ໄດ້ເອົາໃຈໃສ່ຄຸ້ມ ຄອງການລົງທຶນຂອງລັດ 4 ໂຄງ ການມູນຄ່າ 4,29 ຕື້ກີບ, ໂຮງ ງານອຸດສາຫະກຳ ແລະຫັດຖະກຳ ປຸງແຕ່ງທົ່ວແຂວງມີທັງໝົດ 533 ແຫ່ງ, ມູນຄ່າການລົງທຶນ  875.89 ຕື້ກີບ, ມີແຮງງານ 2.588 ຄົນ. ໃນນັ້ນໂຮງງານຂະໜາດໃຫຍ່ 24 ແຫ່ງ, ຂະໜາດກາງ 16 ແຫ່ງ, ຂະໜາດນ້ອຍ 321 ແຫ່ງ ແລະ ໂຮງຊ່າງຫັດຖະກຳຄອບຄົວ 172 ແຫ່ງ.

 ນອກນັ້ນໄດ້ປະຕິບັດຕາມຄຳ ສັ່ງເລກທີ 15/ນຍ ໄດ້ມີການປັບ ປຸງ ແລະດັດສົມໂຮງງານ 158 ແຫ່ງ ແລະຖືກຍຸບ 119 ແຫ່ງ, ຍັງເຫຼືອສືບຕໍ່ດັດສົມ ຈຳນວນ 39  ແຫ່ງ ລວມຍອດມູນຄ່າການຜະລິດ ອຸດສາຫະກຳປຸງແຕ່ງປະຕິບັດໄດ້ 367,53 ຕື້ກີບ, ສົ່ງອອກຜະລິດ ຕະພັນ  ໄມ້ສຳເລັດຮູບຈຳນວນ 10.653 ແມັດກ້ອນ ມູນຄ່າ 41,36  ຕື້ກີບ.

ນອກນັ້ນໄດ້ຕິດຕາມ, ກວດ ກາການເຄື່ອນຍ້າຍພາຍໃນ ແລະ ສົ່ງອອກຜະລິດຕະພັນຖ່ານຂາວ ຈຳນວນ 3.500 ໂຕນ ເທົ່າກັບ 4,41 ຕື້ກີບ, ເຄື່ອນຍ້າຍພາຍໃນ 364 ໂຕນ ແລະສົ່ງອອກຕ່າງປະ ເທດ 3.136 ໂຕນ ສຳລັບການນຳເຂົ້າ-ສົ່ງອອກສາມາດປະຕິບັດ ໄດ້ທັງໝົດ 575,30 ຕື້ກີບ, ສົ່ງ ອອກ ປະຕິບັດໄດ້ 435,17 ຕື້ກີບ ລື່ນແຜນ 50,29%, ການນຳເຂົ້າ ປະຕິບັດໄດ້ 140,13 ຕື້ກີບ.


ກອງປະຊຸມຄັ້ງນີ້ຍັງໄດ້ຜ່ານ ບົດສະຫຼຸບການດັດສົມ ແລະຄຸ້ມ ຄອງໂຮງງານປຸງແຕ່ງໄມ້ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ການກວດກາລາຄາສິນຄ້າ. ໂດຍສະເພາະທົ່ວແຂວງສາລະວັນ ມີຫົວ ໜ່ວຍທຸລະກິດທັງໝົດ 4,469 ຫົວໜ່ວຍ ເທົ່າກັບ 2.268 ຕື້ກວ່າກີບ ກັບ 2,18 ຕື້້ໂດລາສະຫະລັດ. ໃນນັ້ນຫົວໜ່ວຍທຸລະກິດ ຊາວຕ່າງດ້າວ 381 ຫົວໜ່ວຍ ໃນນັ້ນຂອງຊາຫວຽດນາມ 252 ຫົວໜ່ວຍ ແລະຊາວຈີນ 129 ຫົວໜ່ວຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad