ສາວເປ້ ເໝົາຄົນດຽວ 4 ປະຕູ ພາທີມສາວລາວ ຊະນະ ສາວໄທ 5-2 ເປັນທີ 1 ຂອງສາຍ ເສິກ AFF U15 GIRLS’ CHAMPIONSHIP 2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສາວເປ້ ເໝົາຄົນດຽວ 4 ປະຕູ ພາທີມສາວລາວ ຊະນະ ສາວໄທ 5-2 ເປັນທີ 1 ຂອງສາຍ ເສິກ AFF U15 GIRLS’ CHAMPIONSHIP 2019



ນັດ​ສຸດ​ທ້າຍ ຮອບ​ແບ່ງ​ກຸ່ມ, ນັດ​ແຫ່ງ​ສັກ​ສີ AFF U15 GIRLS’ CHAMPIONSHIP 2019
ໃນວັນ​ທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດ​ໄທ
ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.

ຕ້ອງຊົມເຊີຍ ກັບຄວາມສາມາດ ຂອງທີມສາວລາວຊຸດນີ້ ທີ່ສາມາດ ໂຊຟອມເກັ່ງ ເອົາຊະນະ ທີມ ສາວໄທ ໄປໄດ້ 5-2 ພິເສດ ຕ້ອງບອກໄດ້ວ່າ ຕົວເກັ່ງ ສາວເປ້ ທີ່ສາມາດ ຍິງໄປ 4 ປະຕູ .

ສຳລັບນັດຕໍ່ໄປ​ທີ​ມ​ຊາດ​ລາວ ຊະ​ນະ ແມ່ນ​ຈະ​ໄດ້​ເປັນ​ອັນ​ດັບ 1 ຂອງ​ກຸ່ມ ຈະໄປພົບກັບ ອັນດັບ 2  ຟີລິບປິນ ຂອງສາຍ ເອ, ສ່ວນ ສາຍ ເອ ອັນ​ດັບ 1 ຫວຽດ​ນາມ ຈະພົບກັບ ທີມຊາດໄທ.




ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:

- ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.
- ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad