ກະບະປີ້ນ ເຈັບໜັກ 1 ຄົນທາງ ບ້ານດຸງ ເມືອງໄຊເສດຖາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກະບະປີ້ນ ເຈັບໜັກ 1 ຄົນທາງ ບ້ານດຸງ ເມືອງໄຊເສດຖາ


ນະຄອນຫຼວງວຽງຈັນ: ລາຍງານຈາກກູ້ໄພນາຄາໃຫ້ຮູ້ວ່າ ໃນວັນທີ 17 ພຶດສະພາ 2019 ເວລາປະມານ 05:35 ນາທີ ໄດ້ຮັບແຈ້ງເຫດລົດປີ້ນ ຈຸດເກີດເຫດແມ່ນຢູ່ເຂດບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ



ອຸບັດຕິເຫດຄັ້ງນີ້ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ອາຍຸ 20ປີ ປະຈຸບັນຢູ່ບ້ານ ນາໄຫ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ອາການບາດເຈັບເບື້ອງຕົ້ນແມ່ນກະທົບຂາທັງ 2 ຂ້າງ ແລະ ບ່າໄຫລ່ຫຼຸດ
ດັ່ງນັ້ນ, ອາສາກູໄພ້ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍເມືອງໄຊເສດຖາ.


ສະພາບລົດແມ່ນປີ້ນຫງາຍທ້ອງ ລົງຂ້າງທາງ, ຈາກສະພາບທີ່ເຫັນ ລົດໄດ້ຮັບຄວາມເສຍຫາຍຫຼາຍສົມຄວນ.
ການຊ່ວຍກູ້ໄພຄັ້ງນີ້ ໄດ້ມີການສົມທົບກັນ ຂອງສອງໜ່ວຍງານຄື 1623 ແລະ ກູ້ໄພນາຄາ.

ແຈ້ງເຫດສຸກເສີນໂທ: 020 2345 6784 ຫຼື 1624 ໄດ້ຕະຫຼອດ 24 ຊົ່ວໂມງ.
ລາຍງານໂດຍ: ກູ້ໄພນາຄາ





_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad