ຄະນະສົງ ແລະ ກຸ່ມນັກທຸລະກິດໄທ ຮ່ວມຊ່ວຍເຫຼືອອຸປະກອນການຮຽນ ແກ່ ໂຮງຮຽນ 3 ແຫ່ງທີ່ ເມືອງຈອມເພັດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄະນະສົງ ແລະ ກຸ່ມນັກທຸລະກິດໄທ ຮ່ວມຊ່ວຍເຫຼືອອຸປະກອນການຮຽນ ແກ່ ໂຮງຮຽນ 3 ແຫ່ງທີ່ ເມືອງຈອມເພັດ



ຫຼວງພະບາງ: ໃນວັນທີ 3 ພຶດສະພາ 2019 ຜ່ານມາ ທີມງານ Green Jungle Park ນໍາທີມໂດຍ ທ່ານ ອາຄົມ ພົມມະຫານ ແລະ ທ່ານນາງ ສຸກສາຄອນ ພົມມະຫານ ໄດ້ມີໂອກາດນຳພາຄະນະສົງມາແຕ່ປະເທດໄທ ພ້ອມນັກທຸລະກິດຍີ່ປຸ່ນຜູ້ໃຈບຸນໄດ້ມາຊ່ວຍຊື້ອຸປະກອນການຮຽນແລະເຄື່ອງກິລາຈຳນວນຫນື່ງ ເພື່ອມອບໃຫ້ໂຮງຮຽນປະຖົມ ສາມບ້ານ ບ້ານຫວ້ຍໄຄ້, ບ້ານຫ້ວຍນາທອງ ແລະບ້ານຫຼັກ 62 ເມືອງຈອມເພັດ ແຂວງຫລວງພະບາງ ເຊີ່ງມີນ້ອງໆນັກຮຽນລວມແລ້ວປະມານ 200 ກວ່າຄົນ.




ນີ້ເປັນອີກກິດຈະກໍາ ຂອງການທ່ອງທ່ຽວ ນອກຈາກກຸ່ມນັກທ່ອງທ່ຽວ ຈະມາຊື່ນຊົມທໍາມະຊາດ ອັນສວຍງານຂອງເມືອງຈອມເພັດ ໂດຍສະເພາະ ອຸດທິຍານ ນໍ້າຕົກຕາດຮ້ອຍຄົວແລ້ວ, ການຢ້ຽມຢາມຊຸມຊົນ ແລະ ໃຫ້ການຊ່ວຍເຫຼືອດ້ານການສຶກສາ ກໍ່ເປັນອີກ ກິດຈະກໍາ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ.





ບອກໄດ້ວ່າ ນັກທ່ອງທ່ຽວແມ່ນ ຕື້ນຕັນໃຈ ທີ່ ໄດ້ເຫັນທັງຮອຍຍີ້ມ ແລ ຄວາມປິຕິ ລະຫວ່າງ ຜູ້ໃຫ້ແລະຜູ້ຮັບ.










_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad